ພະທາດອີງຮັງ
ອົງພະທາດຈັດເປັນ 3 ຖານຫລຸດຫລັ່ນກັນເປັນລຳດັບຖານລຸ່ມ, ຖານກາງ ເປັນສິລະປະດັ້ງເດີມ, ຖານເທິງ ແລະຍອດພະທາດເປັນ ສິລະປະສະໄຫມລ້ານຊ້າງ.
ເຮືອນຫີນ
ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກສະຫວັນນະເຂດ ມາທາງທິດໃຕ້ປະມານ 90 ກິໂລແມັດ ຜາສາດເຮືອນຫີນເປັນຊາກຜາສາດຂອມເກົ່າແກ່ອາຍຸກວ່າພັນປີຢູ່ໃນ ເມືອງໄຊພູທອງ

ພະທາດໂພນ: ຕັ້ງຢູ່ເສັ້ນທາງດຽວກັນ ທີ່ຈະໄປຜາສາດເຮືອນຫີນ ຫ່າງຈາກສະຫະຫວັນນະເຂດ ປະມານ 65 ກິໂລແມັດ. ພະທາດໂພ່ນ ປະດິດສະຖານຢູ່ວັດເຈຕິຍາຣາມ ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ.ພະທາດໂພນເປັນສະຖານທີ່ສັກສິດຂອງເມືອງໄຊພູທອງ ອົງເຈດີ ເປັນຊົງກົມສີຂາວຂະໜາດໃຫຍ່ ລັກສະນະຄ້າຍພະທາດໝາກໂມທີ່ຫລວງພະບາງ ກ່າວກັນວ່າສ້າງມາ 2000 ກວ່າປີແລ້ວ.
ສະໄໝພະເຈົ້າລ້ານຊ້າງຊຽງທອງ ສະເຫວີຍລາຊະສົມບັດ ແມ່ນສົມເດັດພະເຈົ້າພຸດທະວົງສາ ໄດ້ມີສັດທາພ້ອມໄພ່ຟ້າຂ້າແຜ່ນດິນ ໄດ້ກໍ່ສ້າງພະທາດໂພ່ນລູກນີ້ຂຶ້ນ ເພື່ອໄວ້ເປັນປູ ຊະນິຍະສະຖານອັນສຳຄັນແກ່ກຸລະບຸດຜູ້ເກີດສຸດທ້າຍພາຍຫຼັງ ແລະ ເປັນບ່ອນສັກກາລະບູຊາ ເຄົາລົບນົບໄຫວ້ຂອງຊາວພຸດທະສາສະນິກະຊົນທົ່ວໄປ ແລະ ຍັງທຳນາຍໄວ້ວ່າ ຈັກມີເມືອງເກີດຂຶ້ນໃນສະຖານທີ່ນັ້ນ ດັ່ງຕຳນານກ່າວໄວ້ວ່າ: ເມື່ອພະພຸດທະອົງສະເດັດປະລິນິບພານລ່ວງໄດ້ 8 ປີ ປາຍ 7ເດືອນ ມີພະອໍລະຫັນສາວົກທັງຫຼາຍ 500 ຮູບ ພ້ອມກັນກັບທ້າວພະຍາທັງຫຼາຍໃນຊົມພູທະວີບ ໄດ້ແບ່ງປັນກັນມາສ້າງພະທາດ ສີ່ລູກນີ້ຂຶ້ນ ມື້ໜຶ່ງວັນດຽວກັນຕາມພູມແດນຂອງໃຜລາວ ທາດສີ່ລູກນັ້ນຄື: 1. ພະທາດພະນົມ ບໍຣົມເຈດີ 2. ພະທາດອີງຮັງ 3. ພະທາດໂພ່ນ 4. ພະທາດເຊີງຊຸນ ( ຢູ່ໃກ້ໜອງຫານປະເທດໄທ ); ສ່ວນພະທາດ ໂພ່ນລູກນີ້ ໄດ້ມີລູກທາດອ້ອມຢູ່ຖ້ານລຸ່ມ 7 ລູກ ປະເສີດຍິ່ງໜັກ ໄດ້ສ້າງເມື່ອເດືອນ 12 ວັນພຸດ ພ.ສ 236 ໂດຍມີສົມເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ
ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດໃນມີ້ຂນ 15 ຄໍ່າ ເດືອນສາມ ( ເດືອນສາມເພັງ ) ຂອງທຸກໆປີ ພ້ອມກັບງານບຸຸນສະເຫຼີມສະຫຼອງພະທາດສີໂຄດຕະບອງ, ຜາສາດຫີນວັດພູ,ເຮືອນຫີນ, ພະທາດພະນົມ ໆລໆ. ພ້ອມນັ້ນຍັງມີການຈັດງານຕະຫຼາດນັດ ແລະ ການປະກວດນາງສາວໝາກໂມຫວານອີກດ້ວຍ.
ຈາກທາງເລກທີ 13 ເຂົ້າໄປຫາບ້ານທາດຕາມທາງຮາບພຽງທີ່ລາດຢາງໃໝ່ໆ ປະມານ 12-13 ກິໂລແມັດ ໃຊ້ເວລາບໍ່ດົນປະມານ 20-30 ນາທີກໍ່ຮອດວັດບ້ານທາດ ສະຖານທີ່ປະດິດສະຖານພຣະທາດໂພ່ນ. ສິ່ງແຮກທີ່ປະທັບໃຈເມື່ອເຫັນເມື່ອຮອດບ້ານ ນອກ ຈາກຖະໜົນຫົນທາງທີ່ສວຍງາມ ມີໄຟຟ້າເຍືອງທາງທີ່ບົ່ງບອກເຖິງຄວາມຈະເລີນຂອງບ້ານນີ້ແລ້ວ ຍັງເຫັນວັດທີ່ກວ້າງຂວາງ ສວຍງາມ, ມີສະຖານທີ່ບຳເພັນທຳກິດທາງສາດສະໜາຄົບຊຸດ ສົມເປັນທີ່ໜ້ານັບຖືສັກກາ ລະບູຊາອີຫຼີ..
ຫໍພິພິດທະພັນສະຫວັນນະເຂດ
ຕັ້ງຢູ່ຫ່າງຈາກດ່ານພາສີສະຫວັນນະເຂດໄປທາງທິດໃຕ້ປະມານ 3 ກິໂລແມັດ ຢູ່ໃກ້ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ (ແຕ່ກ່ອນຢູ່ໃກ້ກັບໂຮງຫມໍແຂວງ) ເປີດວັນຈັນວັນສຸກ ເວລາ 8:00- 12:00ມ ແລະ 13:00-14:00ມ. ພິພິທະພັນສະຫວັນນະເຂດນັບເປັນແຫລ່ງທ່ອງທ່ຽວເຊີງປະຫວັດສາດທີ່ຫນ້າສົນໃຈອີກແຫ່ງຫນຶ່ງ ພາຍໃນອາຄານມີເລື່ອງລາວ ແລະ ເຫດການ ກ່ຽວກັບສົງຄາມປົດປ່ອຍ ແລະ ສົງຄາມອິນດູຈີນ ບອກເລົ່າເລື່ອງລາວແຫ່ງການຕໍ່ສູ້ຂອງວີລະຊົນລາວທີ່ຮ່ວມກັນ ຕໍ່ສູ້ຂັບໄລ່ຈັກກະພັດຕ່າງດ້າວ ນອກຈາກນີ້ ຍັງມີຫມໍ້ຂາງ ແລະ ໄຫ ທອງທີ່ຄົ້ນພົບໃນສະໄຫມອະດີດມາຕັ້ງສະແດງໃນຕູ້ແກ້ວ ແລະ ວັດຖຸບູຮານອື່ນໆອີກຫລາຍຢ່າງ...
ຫໍພິພິດທະພັນໄດໂນເສົາ
ຕັ້ງຢູ່ຫ່າງຈາກວັດໄຊສົມບູນປະມານ 500ແມັດ ເວລາເປີດ 8:00-12:00ມ ແລະ 13:00-14:00ໂມງ, ພິພິທະພັນໄດໂນເສົາເປັນແຫລ່ງທ່ອງທ່ຽວ ເຊີງປະຫວັດສາດທີ່ມີສື່ສຽງໃນສະຫວັນນະເຂດສະແດງຮ່ອງຮອຍການປາກົດຂອງສິ່ງທີ່ມີຊີວິດຂະຫນາດໃຫຍ່ທີ່ສຸດໃນໂລກ ແລະ ຄວາມສາມາດຂອງນັກບູຮານຄະດີລາວທີ່ຮ່ວມມືກັບ ນັກບູຮານຄະດີຊາວຝຣັ່ງຂຸດຫາຮ່ອງຮອຍ ແລະ ຫລັກຖານໄວ້ໄດ້ຢ່າງຫລວງຫລາຍ. ຈຸດເດັ່ນທີ່ຫນ້າຊົມຄື: ການຄົ້ນພົບກະດູກ ແລະ ຮອຍຕີນຂອງໄດໂນເສົາ 2 ປະເພດ 4 ສາຍ ພັນຄື: ປະເພດກິນເນື້ອ 1 ສາຍ ພັນ,ປະເພດກິນພືດ 3 ສາຍພັນ ໂດຍຮ່ອງຮອຍກະດູກໄດໂນເສົາທີ່ສົມບູນທີ່ສຸດທີ່ຄົ້ນພົບຢູ່ແຂວງສະຫວັນນະເຂດນັ້ນເປັນສ່ວນຫາງຂອງໄດໂນເສົາ ປະເພດກິນພືດສານພັນSaltasaurus ຄົ້ນພົບກະດູກສົມບູນຄົບທັງຫາງ ແລະ ມີກະດູກອີກກວ່າ 10 ຕູ້ ເກັບຊິ້ນສ່ວນກະດູກໄດໂນເສົາ, ຊາກກ້ອນຫີນຄຳ, ທອງແດງ, ຫີນກ້າທີ່ຖືກ ຄົ້ນພົບຢູ່ບໍ່ຂຸດຫີນແຂວງສະຫວັນນະເຂດ, ມີທັງຫີນຮູບຫອຍ, ປາ ແລະ ເຕົ່າບູຮານທີ່ຫນ້າສົນໃຈ.
ຫໍໄຕ ທີ່ວັດຈັນທະສາໂຣ ຫລື ທີ່ຊາວບ້ານເອີ້ນວ່າວັດຫນອງລຳຈັນ ເຊິ່ງເປັນສະຖາປັດຕະຍະກຳເຄື່ອງໄມ້ທີ່ສະທ້ອນສີມືຊ່າງ, ຊາວ ບ້ານລ້ານຊ້າງໃນອາດີດປະກາດຄວາມຍິ່ງໃຫຍ່ທາງພູມປັນຍາທາງຊ່າງ ທີ່ຖ່າຍທອດກັນມາຫລາຍຊົ່ວອາຍຸ ຄົນຖ້າຈະເວົ້າເຖິງຄວາມໂດດ ເດັ່ນທາງສະຖາປັດຕະຍະກຳ ແລະ ບູຮານວັດຖຸຫໍໄຕແຫ່ງນີ້ສ້າງຂຶ້ນນັບຮອຍປີມາແລ້ວເປັນໄມ້ທັງຫລັງ ໂດຍບໍ່ມີການໃຊ້ຕະປູຈັກດອກ ຕົວເຮືອນຢູ່ເທິງເສົາໄມ້ສູງປະມານ 6 ແມັດລວມ 20 ຕົ້ນ ຫໍໄຕແຫ່ງນີ້ຕັ້ງຢູ່ເທິງຫນ້ານ້ຳໜອງຈັນເພື່ອປ້ອງກັນປວກ ແລະແມງໄມ້ເປັນ ພູມປັນຍາທີ່ສືບທອດກັນມາຫໍໄຕແຫ່ງນີ້ເປັນບ່ອນເກັບມ້ຽນ"ຫນັງສືຜູກ" ເຊິ່ງຫມາຍເຖິງຫນັງສືທີ່ຈານລົງຫນ້າໃບລານແລ້ວມັດເປັນເຫລັ້ມ ເອີ້ນວ່າ 1 ຜູກ ແລະ ທີ່ສຳຄັນ ເມືອປີ 2000 ມີ ຫນ່ວຍງານອະນຸລັັກຫນັງສືໃບລານລາວໄດ້ເຮັດການສຳຫລວດ ຈິ່ງຮູ້ວ່າ ທີ່ຫໍໄຕແຫ່ງ ນີ້ມີຈຳນວນຫນັງສືຜູກຫລາຍທີ່ສຸດໃນລາວ ແລະ ຍັງມີຄວາມຫລາກຫລາຍທາງດ້ານເນື້ອຫາຫລາຍທີ່ສຸດອີກດ້ວຍ ມີຕັ້ງແຕ່ຄໍາສອນທາງ ສາສະຫນາ, ບົດຜະຫຍາ, ນິທານ, ຄະຕິທຳ, ກອນລຳ, ຕຳລາຢາພື້ນເມືອງ ແລະ ອື່ນໆ. ບ່ອນນີ້ຈິ່ງເປັນເຫມືອນຂອງຕັກສີລາແຫ່ງລຸ່ມ ນ້ຳຂອງ ທີ່ຜູ້ຄົນສອງຝັ່ງໄດ້ໃຊ້ເປັນບ່ອນສຶກສາຫາຄວາມຮູ້ທັງພະສົງ, ແພດພື້ນເມືອງຈາກລາວ ແລະ ຝັ່ງໄທເມື່ອໄດ້ຊາບຄວາມສຳຄັນ ພຽງນີ້ ທາງການຈິ່ງໄດ້ນຳຫນັງສືຜູກອອກມາທຳຄວາມສະອາດ, ປ່ຽນຜ້າທີ່ຫຸ້ມຫໍ່ແລ້ວຈິ່ງເອົາໄປໄວ້ໃນກຸຕິເຈົ້າອາວາດເປັນການຊົ່ວຄາວ ເພາະຫລາຍປີຜ່ານມານ້ຳໃນຫນອງຈັນເຫືອດແຫ້ງລົງ ເຮັດໃຫ້ມີບັນຫາເລື່ອງແມງໄມ້ທີ່ຈະເຂົ້າໄປທຳລາຍຫນັງສືຜູກເຫລົ່ານີ້ ແຕ່ກໍ່ຫນ້າ ຕົກໃຈທີ່ຫໍໄຕແຫ່ງນີ້ເລີ່ມຊຸດຕົວອ່ຽງລົງ ເພາະໄມ້ສ່ວນຫນຶ່ງເລີ່ມຜຸທ່າມກາງຄວາມເສຍດາຍຂອງຊາວບ້ານ ເຊິ່ງຮູ້ດີວ່າ ບໍ່ດົນອາວະສານ ຂອງຫໍໄຕ ທີ່ເຂົາເຈົ້າເຫັນມາແຕ່ຮຸ່ນປູ່ຍ່າຈະຕ້ອງມາເຖິງ. ເຖິງແມ່ນວ່າວັດຈະໄດ້ຮັບງົບປະມານສ້າງຫໍໄຕຫລັງໃຫມ່ທີ່ເປັນຕຶກຄອນກຣີດ ເພື່ອເກັບຮັກສາຫນັງສືຜູກເປັນການ ຖາວອນກໍ່ຕາມຊາວບ້ານຫລາຍຄົນເລີ່ມຄິດເຖິງການບູລະນະຫໍໄຕຫລັງເກົ່າ ໃຫ້ຢູ່ຕໍ່ໄປຊົ່ວລູກຊົ່ວຫລານ ແຕ່ກໍ່ຕິດຂັດເລື່ອງງົບປະມານດ້ວຍຄວາມຮ່ວມມືລະຫວ່າງພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງສະຫວັນນະເຂດ, ສະຖານກົງສູນໄທຢູ່ສະຫວັນນະເຂດ ແລະ ຄະນະສົງລາວ. ຫໍໄຕບ້ານຫນອງລຳຈັນຫລັງເກົ່າໄດ້ຖືກບູລະນະຂຶ້ນເຫມືອນເດີມທຸກປະ ການ ແລະ ສຳເລັດຮຽບຮອຍເມື່ອງປາຍເດືອນພຶດສະພາປີ 2004
ຕະຫລາດສິງກະໂປ
ວັດໄຊຍະພູມ
ວັດເຈົ້າ
ຖະຫນົນສີເມືອງ
ວັດຣັດຕະນະລັງສີ
ອະນຸສາວະລີທ່ານກຸວໍລະວົງ
ໂບດເຊັນເທເລຊາ
ໜອງປາຝາ
ອີງຕາມປະຫວັດຄວາມເປັນມາຂອງໜອງປາຝາ ບ້ານດອນແດງ ແມ່ນຕາມປະເພນີ ແລະ ຄວາມຊິນເຄີຍຂອງປະຊາຊົນທ້ອງຖິ່ນແລ້ວ ປາຝາເຫຼົ່ານີ້ແມ່ນບໍ່ມີໃຜແຕະຕ້ອງໄດ້ ເພາະຖືວ່າເປັນປາຜາທີ່ມີຄວາມສັກສິດຖ້າຫາກວ່າບັງເອີນມີຜູ້ທຳລາຍຈະຖືກອຸປະຕິເຫດ ຫຼື ເຈັບເປັນລົ້ມຕາຍໂລດ, ສະນັ້ນຈຶ່ງເຮັດໃຫ້ປາຝາຄຸ້ນກັບຄົນດີ, ເວລາແຂກ, ຄົນທ່ອງທ່ຽວໄປຢ້ຽມຢາມເພິ່ນຈະມີເຂົ້າຕົ້ມ, ເຂົ້າໜົມໄປເກືອ ເຊິ່ງສາມາດຍ່າງເຂົ້າໄປຕາມຂົວຈົນເຖິງກາງໜອງໄດ້ ຜູ້ຊາຍ ຍັງສາມາດເຂົ້າໄປໄຫວ້ພະຢູ່ສິມກາງນ້ຳ ໄດ້ອີກ.
ດົງລີງ
ດົງລີງ
ດົງນີ້ເປັນດົງທີ່ມີ ຜີມະເຫສັກທີ່ເຂັດຢຳ, ມີເນື້ອທີ່ປະມານ 3 ເຮັກຕາມີຝູງລີງອາໄສຢູ່ຢ່າງຫຼວງຫຼາຍ ແລະ ແບ່ງເປັນສາມພວກ ພວກໜຶ່ງມັກລັດທາງ ເພື່ອກິນອາຫານນຳຊາວບ້ານທີ່ເດີນກາຍໄປ-ມາ ນັກ ທ່ອງທ່ຽວສາມາດ ພົບເຫັນໄດ້ຢ່າງງ່າຍດາຍ. ພວກໜຶ່ງອາໄສຢູ່ບໍລິເວນມະເຫສັກແລະອີກພວກ ໜຶ່ງມັກໄປຫາກິນຢູ່ວັດ. ດົງນີ້ຕັ້ງຢູ່ເຂດບ້ານດົງເມືອງ ເມືອງສອງຄອນ ແຂວງສະຫວັນນະເຂດ ຖ້າ ທ່ານ ຈະໄປກໍ່ສາມາດໄປ
ໄດ້ໃນລະດູແລ້ງ.
ເມືອງເຊໂປນ ຕັ້ງຢູ່ທາງທິດຕະເວັນອອກ ຂອງສະຫວັນນະເຂດ ມາຕາມເສັ້ນທາງເລກທີ 9 ປະມານ 190 ກິໂລແມັດ. ເຊໂປນເປັນເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດເມື່ອຕອນເກີດສົງຄາມທຳລາຍຢ່າງຫຼວງຫລາຍທີ່ສຸດ ເພາະໃນອະດີດເຊໂປນ ເປັນເມືອງຜ່ານເສັ້ນທາງສາຍໂຮ່ຈິມິນ ອັນເປັນເສັ້ນທາງຮົບ ທີ່ມີຊື່ສຽງຫລາຍໃນສົງຄາມອິນດູຈີນ ເປັນເຄືອຂ່າຍຂອງຖະໜົນທຸລະກັນດານ ທີ່ຊັບຊ້ອນລຽບຊາຍແດນລາວ ວຽດນາມ ຕັ້ງຕົ້ນ ຈາກໂພນສະຫວັນ ລົງມາເຖິງອັດຕະປື ແລະ ມີທາງຕໍ່ໄປຍັງກຳປູເຈຍໄດ້. ຈຸດເດັ່ນ, ເຊໂປນຍັງຄົງຮ່ອງຮອຍຂອງອະດີດໄວ້ຢ່າງຊັດເຈນ ຖະໜົນຮອບເມືອງທີ່ມີຊາກເພພັງ ຊາກອາວຸດຍຸດໂທປະກອນ ຖິ້ມຫລົງເຫລືອໄວ້ໄດ້ເຫັນ ໃນອະດີດເສັ້ນທາງນີ້ ພວກຫວຽດມິນ ສ້າງໄວ້ເພື່ອລຳລຽງພົນ ສູ້ກັບທະຫານຝຣັ່ງ ຄ.ສ 1963- 1974 ຊ່ວງສົງຄາມອິນດູຈີນ ກອງທັບຫວຽດນາມເໜືອ ໃຊ້ເປັນເສັ້ນທາງລຳລຽງພົນ ແລະ ອາວຸດຍຸດໂທປະກອນ ໄປວຽດນາມໃຕ້ ອະເມຣິກາ ພະຍາຍາມທຳລາຍເສັ້ນທາງນີ້ໂດຍການຖິ້ມລະເບີດຢ່າງໜັກ ຈົນຖິ້ມຮ່ອງຮອຍແຫ່ງສົງຄາມ ແລະ ຄວາມພິນາດປາກົດຢູ່ຊັດເຈນ ປະຈຸບັນຍັງຄົງມີກັບລະເບີດ ແລະ ຊາກອາວຸດ ເປັນເຄື່ອງຢືນຢັນເຫດການທາງປະຫວັດສາດທີ່ເກິດຂື້ນຢ່າງໂຫດຮ້າຍ ຕະຫລອດເສັ້ນທາງໃຫ້ນັກທ່ອງທ່ຽວໄດ້ສຶກສາຢູ່ເປັນຈຳນວນຫຼາຍ
ລັດຖະບານລາວຮ່ວມກັບລັດຖະບານສະວີເດັນ ລິເລີ່ມສົ່ງເສີມການທ່ອງທ່ຽວໃນບໍລິເວນນີ້ດ້ວຍຮູບແບບປະສົມປະສານລະຫວ່າງການທ່ອງທ່ຽວເຊີງອະນຸຮັກ, ຍ່າງຜະຈົນໄພ, ສຶກສາເສັ້ນທາງທຳມະຊາດ ແລະ ສຶກສາວິຖີຊີວິດຄວາມເປັນຢູ່ຂອງຊົນເຜົ່າຕ່າງໆທີ່ຢູ່ຕະຫລອດເສັ້ນທາງ ສຳລັບນັກເດີນທາງທີ່ມັກການຜະຈົນໄພການມາປ່າສະຫງວນ ພູຊ້າງແຫ່ ເອີ້ນວ່າຕອບສະຫນອງໄດ້ເຖິງລົດເຖິງແກ່ນທ່ານອາດເລີ່ມຕົ້ນດ້ວຍການຍ່າງປ່າ, ສຶກສາເສັ້ນທາງທຳມະຊາດ, ເບິ່ງສັດປ່າ, ຂຶ້ນພູໄປຊົມທິວທັດເຂດນັ້ນ ໄດ້ຕະຫລອດທັງບໍລິ ປິດທ້າຍດ້ວຍການໃຊ້ຊີວິດຮ່ວມກັບຊາວບ້ານຊົນເຜົ່າໃນທ້ອງຖິ່ນເພື່ອສຳຜັດວິຖິຊີວິດຄວາມເປັນຢູ່ ແລະ ເບິ່ງວັດທະນະທຳ, ຂະຫນົບທຳນຽມປະເພນີຂອງຊາວລາວດັ້ງເດີມ ແລະ ປະເພນີສະເພາະກຸ່ມຊົນທ້ອງຖິ່ນ.
ຕະຫລາດສິງກະໂປ
ຕະຫຼາດສິງກະໂປ ຫຼື ຕະຫຼາດ ສະຫວັນໄຊ ຕັ້ງຢູ່ຖະໜົນສີສະຫວ່າງວົງ ກົງກັນຂ້າມກັບສະຖານີວິທະຍຸກະຈ່າຍສຽງສະຫວັນນະເຂດປະມານ 0,5 ກິໂລແມັດ ເປີດເວລາ 05:00-18:00 ໂມງ. ເປັນຕະຫຼາດໃຫຍ່ທີ່ສຸດຂອງແຂວງເປັນແຫຼ່ງການຄ້າທີ່ສຳຄັນຂອງຊາວບ້ານບ່ອນນີ້, ສາເຫດທີ່ຊາວບ້ານເອີ້ນວ່າ "ຕະຫຼາດສິງກະໂປ" ເຄີຍໄດ້ເງິນຊ່ວຍເຫຼືອໃນການກໍ່ສ້າງແທນຕະ ຫຼາດເກົ່າໃນຕົວເມືອງ, ມີເຄື່ອງນາໆຊະນິດໃຫ້ເລືອກຊື້ທັງເຄື່ອງອຸປະໂພກບໍລິໂພກ ແລະ ເຄື່ອງປະດັບຫຼາກຫຼາຍ. ຖ້າເປັນເທດສະການຈະມີຕະຫຼາດນັດຂາຍເຄື່ອງຈາກປະເທດ ໄທ, ຫວຽດນາມ, ຈີນ ແລະ ລາວ. ນອກຈາກນີ້ ຍັງເປັນສະຖານີໂດຍສານຂອງສະຫວັນນະເຂດ, ມີອາຫານສົດ, ອາຫານທ້ອງຖິ່ນ, ຂະໜົມທ້ອງຖິ່ນ, ໝາມໄມ້ ແລະ ອາຫານສຳເລັດຮູບ, ມີເຄື່ອງໃຊ້ໄຟຟ້າ, ເຄື່ອງມືກໍ່ສ້າງ, ອຸປະກອນແຕ່ງລົດ, ຢາເສັ້ນ, ເສື້ອຜ້າ, ຄຳຮູບປະພັນໃຫ້ເລືອກຊື້ຫຼວງຫຼາຍ.
ວັດໄຊຍະພູມ
ວັດເຈົ້າ
ຕັ້ງຢູ່ກົງກັນຂ້າມກັບວັດໄຊສົມບູນ ຫລື ທີ່ຊາວບ້ານເອີ້ນກັນວ່າ ສານເຈົ້າສຸດຕະໂນ ເປັນສານຂະຫນາດກາງຕັ້ງຢູ່ແຄມນ້ຳຂອງມີຮູບປັ້ນເຈົ້າສຸດຕະໂນ ຮູບຫລໍ່ສູງເທົ່າກັບ ຄົນປົກກະຕິຢືນຢູ່ດ້ານຫນ້າສ້າງຂຶ້ນເພື່ອເປັນການບວງສວາງບູຊາເທບແລະ ພູດຜີຕ່າງໆ. ຊາວບ້ານເຊື່ອວ່າ ຖ້າໄດ້ມາເຮັດບຸນສັກລະໃນສານແຫ່ງນີ້ແລ້ວ ຈະຢູ່ເຢັນເປັນສຸກຂ້າງເທິງ ເປັນສາລາໄມ້ສາມາດຂຶ້ນໄປຊົມທິວທັດແຄມຂອງໄດ້.
ຖະຫນົນສີເມືອງ
ໃນອະດີດຖະຫນົນເສັ້ນນີ້ຖືເປັນຖະຫນົນສາຍເສດຖະກິດ ເພາະເປັນຖະຫນົນທີ່ມີຮ້ານຄ້າຕັ້ງຢູ່ຕະຫລອດສາຍ ປະຈຸບັນຮ້ານຄ້າເກົ່າແກ່ເຫລົ່ານັ້ນຍັງຄົງສະພາບ ຕົວຕຶກ ແລະ ອາຄານດັ້ງເດີມສະໄຫມຍຸກອານານິຄົມໄວ້ ແຕ່ບາງສ່ວນອາດຖືກປັບປ່ຽນເປັນໂຮງແຮມ, ຮ້ານຄ້າ, ຮ້ານອາຫານທີ່ທັນສະໄຫມຂຶ້ນຕະຫລອດຈົນອາຄານບ້ານເຮືອນສ້າງ ຂຶ້ນສະຫລັບກັນ ແຕ່ກໍຖືກກົມກືນ ແລະ ເປັນຮູບແບບສະເພາະທີ່ຫາເບິ່ງໄດ້ສະເພາະຖະຫນົນເສັ້ນນີ້ເທົ່ານັ້ນ.
ວັດຣັດຕະນະລັງສີ
ຕັ້ງຢູ່ຫ່າງຈາກພິພິທະພັນແຂວງສະຫວັນນະເຂດ 1 ກິໂລແມັດ ສ້າງຂຶ້ນໃນປີ ຄສ 1951 ເພື່ອເປັນ ໂຮງຮຽນສອນພະທຳ, ບໍລິເວນພາຍໃນວັດມີຕົ້ນໄມ້ອ້ອມ ຮອບບັນຍາກາດເຢັນດີມີພະພຸດທະຮູບປາງໄສຍາດຍາວ 15 ແມັດປະດິດສະຖານໃນສາລາໂຮງທຳຖືເປັນເປັນພະປາງທີ່ຊາວບ້ານໃຫ້ຄວາມເຄົາລົບສັດທາຫລາຍທີ່ສຸດຈຸດເດັ່ນຂອງວັນ ແຫ່ງນີ້ຄືປະຕູ, ປ່ອງຢ້ຽມຂອງວັດສວຍງາມດ້ວຍຮູບແຕ້ມພຸດທະປະຫວັດ.
ອະນຸສາວະລີທ່ານກຸວໍລະວົງ
ອະນຸສາວະລີ ທ່ານກຸວໍລະວົງ: ຕັ້ງຢູ່ເທິງຖະໜົນສຸດທະນູ ກົງກັນຂ້າມສານເຈົ້າຈີນ ຫ່າງຈາກວັດໄຊຍະພູມມາຣາມ ປະມານ 500 ແມັດ ທ່ານກຸວໍລະວົງ ເປັນວີລະບຸລຸດໃນສະໄໝສົງຄາມ ຕໍ່ຕ້ານຍີ່ປຸ່ນ ແລະ ເປັນອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະລັດຖະບານຝ່າຍຂວາ (ອະນຸລັກນິຍົມ) ອະນຸສາວະລີນີ້ ສ້າງຂຶ້ນເພື່ອຮ່ວມຈາລຶກປະຫວັດສາດ ວີລະຊົນ ສະໄໝສົງຄາມຂອງປະເທດລາວ ຮູບປັ້ນຫີນປູນສີດຳທະມຶນຂະໜາດເທົ່າຄົນຈິງ ເຊີດຊູກຽດທ່ານກຸວໍລະວົງ ສ້າງຂຶ້ນຫລັງຈາກ ທີ່ທ່ານຖືກລອບສັງຫານ ໂດຍທ່ານຢູ່ໃນຊຸດຂຸນນາງຊັ້ນສູງ ສວມເສື້ອບໍ່ມີປົກ ຍືນຢູ່ກາງສະໜາມດອກໄມ້ລ້ອມຮົ້ວເຫລັກຂະໜາດນ້ອຍ ຮູບຫລໍ່ນີ້ຖືກເກັບໄວ້ເປັນເວລາດົນ ເພາະເຫດຜົນທາງການເມືອງ ຫາກໍ່ນຳມາຕັ້ງເມື່ອ ປີ ຄ.ສ 1995.
ໂບດເຊັນເທເລຊາ
ໂບດເຊັນເທເລຊາ: ຕັ້ງຢູ່ຫ່າງຈາກອະນຸສາວະລີ ທ່ານກຸວໍລະວົງ ປະມານ 1 ກິໂລແມັດ ຕົວໂບດ ມີເອກະລັກສະເພາະຕົວຕາມແບບສິລະປະ ແບບຝຣັ່ງ ສ່ວນປາຍສ້າງເປັນຕຶກຊົງກົມຄ້າຍກັບຫໍຄອຍ ຖ້າໃນປະເທດຝຣັ່ງ ຂວາມືກົງປະຕູທາງເຂົ້າມີຊຸ້ມດອກໄມ້ ຈັດຕົບແຕ່ງຄ້າຍອຸໂມງ ສວຍງາມຫລາຍ ດ້ານໃນມີຮູບປັ້ນພະແມ່ມາລີ ຂະໜາດນ້ອຍຕັ້ງຢູ່ ພາຍໃນປູພື້ນດ້ວຍກະເບື້ອງ ແລະ ກະຈົກແບບຝຣັ່ງ ເບິ່ງອົບອຸ່ນງຽບສະຫງົບ ໂບດນີ້ນັບເປັນສະຖານທີ່ຢຶດໜ່ຽວຈິດໃຈໃຫ້ກັບຜູ້ຄົນໃນຊຸມຊົນຫວຽດນາດທີ່ນັບຖື ສາດສະຫນາຄຣິດ.
ໜອງປາຝາ
ດົງລີງ

ດົງນີ້ເປັນດົງທີ່ມີ ຜີມະເຫສັກທີ່ເຂັດຢຳ, ມີເນື້ອທີ່ປະມານ 3 ເຮັກຕາມີຝູງລີງອາໄສຢູ່ຢ່າງຫຼວງຫຼາຍ ແລະ ແບ່ງເປັນສາມພວກ ພວກໜຶ່ງມັກລັດທາງ ເພື່ອກິນອາຫານນຳຊາວບ້ານທີ່ເດີນກາຍໄປ-ມາ ນັກ ທ່ອງທ່ຽວສາມາດ ພົບເຫັນໄດ້ຢ່າງງ່າຍດາຍ. ພວກໜຶ່ງອາໄສຢູ່ບໍລິເວນມະເຫສັກແລະອີກພວກ ໜຶ່ງມັກໄປຫາກິນຢູ່ວັດ. ດົງນີ້ຕັ້ງຢູ່ເຂດບ້ານດົງເມືອງ ເມືອງສອງຄອນ ແຂວງສະຫວັນນະເຂດ ຖ້າ ທ່ານ ຈະໄປກໍ່ສາມາດໄປ
ໄດ້ໃນລະດູແລ້ງ.
ເຂດປ່າສະຫງວນໜອງລົ່ມ - ດົງນາຕາດ ມີເນື້ອທີ່ 8,300 ຮຕ, ຢູ່ຫ່າງຈາກຕົວເມືອງ12 ກມ, ຕາມເສັ້ນທາງເລກ 9 ສະຫວັນນະເຂດ - ເຊໂນເຊິ່ງມີການອອກແບບຈັດສັນຮູບຂອງການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ຈະສ້າງເປັນເຂດບໍລິການການພັກຜ່ອນ, ເຂດກິລາ ແລະ ເຂດຈັດສັນກິດຈະກຳການຍ່າງປ່າຫຼືຂີ່ລົດຖີບທ່ຽວຊົມທຳມະຊາດ, ສຶກສາປ່າໄມ້ ແລະ ສັດປ່ານາໆພັນທ່ມີຢູ່ຢ່າງອຸດົມສົມບູນ.
ไม่มีความคิดเห็น:
แสดงความคิดเห็น