วันเสาร์ที่ 14 ตุลาคม พ.ศ. 2560

ຄົບຮອບ 26 ປີ ປາຖະກະຖາວັນສຳຄັນຂອງຊາດ 23-08-1945 ແລະ 23/08/1975

ຄົບຮອບ 26 ປີ ວັນຢຶດ ອຳນາດ ວັນທີ 23 ສິງຫາ 1945 ແລະ 23 ສິງຫາ 1975


ຫ້ອງວ່າການປະທານປະ ເທດ ໄດ້ປາຖະກະຖາວັນລັດ ຖະທຳມະນູນແຫ່ງຊາດ 
ຄົບຮອບ 26 ປີ ວັນທີ 15 ສິງຫາ 1991-15 ສິງຫາ 2017 ແລະ ວັນຢຶດ ອຳນາດ ວັນທີ 23 ສິງຫາ 194
ແລະ 23 ສິງຫາ 1975, ຂຶ້ນໃນວັນທີ 11 ສິງຫານີ້, ໃຫ້ ກຽດປາຖະກະຖາໂດຍ ທ່ານ ຄຳເມິງ ພົງທະດີ 
ກຳມະການ ສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານ ປະເທດ, ມີບັນດາຫົວໜ້າກົມ ຮອງກົມ 
ພ້ອມດ້ວຍພະນັກ ງານວິຊາການເຂົ້າຮ່ວມຮັບຟັງ. ການປາຖະກະຖາໃນຄັ້ງ ນີ້ ທ່ານ ຄຳເມິງ ພົງທະດີ 
ໄດ້ ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງວັນລັດຖະທຳມະນູນວ່າ: ລັດຖະທຳມະນູນເປັນກົດໝາຍ
ພື້ນຖານຂອງຊາດ, ທັງ ເປັນການຫັນແນວທາງປ່ຽນ ແປງໃໝ່ຢ່າງຮອບດ້ານທີ່ມີຫຼັກ
ການຂອງພັກປະຊາຊົນປະຕິ ວັດລາວ ມາເປັນກົດໝາຍພື້ນ ຖານ ຂອງລະບອບປະຊາທິປະ ໄຕ ປະຊາຊົນລາວ ເພື່ອສຶກ ສາອົບຮົມປະຊາຊົນ ລາວບັນ ດາເຜົ່າໃຫ້ຍົກສູງນ້ຳໃຈຮັກ ຊາດ, ຮັກລະບອບໃໝ່ເພີ່ມ 
ທະວີຄວາມສາມັກຄີປວງຊົນ ລາວທັງຊາດເຊີດຊູບົດບາດ ເປັນເຈົ້າການໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕາມຈຸດໝາຍທີ່ ພັກໄດ້ກຳນົດໄວ້. ການປະ ກາດໃຊ້ລັດຖະທຳມະ ນູນເປັນ 
ເຫດການການເມືອງ ທີ່ສຳຄັນ ຂອງຊາດ, ທັງເປັນຂີດໝາຍ ໃໝ່ແຫ່ງການຫັນໄປສູ່ການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດ ແຫ່ງກົດໝາຍເທື່ອລະກ້າວ ສ່ອງແສງໃຫ້ເຫັນເຖິງລັກສະ ນະທາດແທ້ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງລະ ບອບປະຊາທິປະໄຕ ປະຊາ ຊົນ ພາຍໃຕ້ການນຳພາອັນສະ ຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ທັງເປັນການຢັ້ງ ຢືນຕໍ່ໂລກກ່ຽວກັບຄວາມເປັນ ເອກະລາດ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງ ສປປ ລາວ, ລັດ ຖະ ທຳມະນູນແຫ່ງ ສປປ ລາວ ໄດ້ກຳນົດແຈ້ງລະບອບການ ເມືອງ, ລະບອບເສດຖະກິດສັງ ຄົມ, ກົງຈັກການຈັດຕັ້ງລັດ ປະຊາທິປະໄຕປະຊາຊົນ, ການ ປ້ອງກັນຊາດປ້ອງກັນຄວາມ ສະຫງົບ, ສິດ ແລະ ພັນທະພື້ນ ຖານຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ. ຈາກນັ້ນໃນພິທີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງ ຫົວໜ້າຫ້ອງວ່າການປະທານ ປະເທດ, ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງ ວັນຢຶດອຳນາດວັນທີ 23/8/ 1945-23/8/1975.
CR:
http://www.pasaxon.org.la/hotnews/14-08-17/h5.html

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...