ວັນທີ່7 ຕຸລາ ວັນຄູແຫ່ງຊາດລາວ
ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,
ສະນັ້ນຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈື່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະການຮຽນ. ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ.
ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະຝຣັ່ງໃນສະຕະວັດທີ່XII (12) ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່XIV(14) ເຈົ້າຟ້າງຸ່ມກະສັດອົງທຳອິດຂອງລາວ,ພຽງແຕ່ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່ ແລະເດັກນ້ອຍລາວສູງທີ່ສຸດແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮິດຄອງປະເພນີຕາມ
ຄວາມເຊືອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊືອຖື. ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼືເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາ ແລະລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ແລະລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂື້ນ
ຝຣັ່ງເສດ,ໄດ້ມາຍຶດຄອງລາວໃນປີ ຄ.ສ 1893ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖີງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖີງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6). -ປີ ຄ.ສ 1907 ທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖີງ
ວັນທີ່ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂື້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈື່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກ້ວາງອອກກ່ວາເກົ່າ ດ້ວຍຮູບການເປິດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊີ່ງປະກອບມີພະສົງ 50 ກ່ວາອົງໄດ້ເຂົ້າຮຽນ. ທ້າວຄຳກໍ່ເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈຮັກຊາດຂອງ,ນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂື້ນຝຣັ່ງ. -ປີ ຄ.ສ 1913ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ(ປີແອ ຕັບໂຟແຣງ)ລວມມີຄູລາວ 3 ຄົນ. -ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບິດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ ຄູຄຳໄດ້ຖຶກພວກຝຣັ່ງຈັບ ແລະນຳຕົວໄປຂັງຄຸກ. ພາຍຫຼັງຖຶກຄຸມຂັງໄດ້ໄລຍະໜື່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນຳ້ຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ(ປະເທດໄທ). -ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາຣາມ(ປະເທດໄທ). -ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ. -ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກແລະຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການ
ສະຖາປານາຂື້ນໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນຳ້ໃຈຮັກຫອມ
ປະເທດຊາດ, ມີຄວາມຮູ້ ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກແລະຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົ່າເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ,ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ, ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ,
ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະກຳນົດວັນທີ່ 7 ຕຸລາເພື່ອເປັນວັນຄູແຫ່ງຊາດລາວ.
Cr: บทความ
http://bit.ly/2xgtzCb
ບົດກອນອວຍພອນຄູຂອງພາກວິຊາຄູວິທະຍາສາດສັງຄົມ
ແຕ່ງໂດຍ: ສາຍພິກ ຄຳວົງໄຊ
ຮຽບຮຽງ ແລະອ່ານໂດຍ: ທ້າວ ສົມພອນ ວິລິວົງ ແລະນາງ ບົວລອຍ ຈັນມະນີ
ມື້ນີ້ ສຸລິຍາສ່ອງຟ້າ ເປີດປ່ອງນະພາແສງ
ສີທອງແດງແກມສີຂາວ ເຈີດຈ້າແສງກ້າ
ອາບທົ່ວໂລກາກວ້າງ ເປັນແສງສີເຮື່ອງຮຸ່ງ
ພຸ່ງກະຈາຍສູ່ພື້ນ ປະກາຍເຫຼື້ອມສ່ອງແສງ
ອັນແດງເປັນບ່ອນເບື້ອງ ອາລຸນໃໝ່ສົດໃສ
ເປັນວັນມີຄວາມໝາຍ ທີ່ທຸກຄົນຫາກຫວນຮູ້
ເປັນວັນຄູເຮົາເຄີຍຕັ້ງ 7 ຕຸລາທີ່ລືຊື່
ຄືວັນຄູເອກອ້າງ ຜົນງານສ້າງຜ່ານໜຶ່ງປີ
ມາໃນໂອກາດມື້ນີ ຫຼານຂໍກ່າວຕາມຄວາມໝາຍ
ຂໍບັນຍາຍຕາມພາສາ ວ່າຄູຄືຫຍັງແທ້
ຄຣຸ ຄືຄວາມໝາຍ ບາລີບອກຄືຍິ່ງໃຫຍ່
ເພິ່ນໃສ່ໃຈຕັ້ງແຕ່ພຸ້ນ ດຽວນີ້ສືບຕໍ່ມາ ທ່ານເອີຍ
ອັນວາ ຍິ່ງໃຫຍ່ຄືແກ່ກ້າ ຍອດຍິ່ງທາງປັນຍາ
ເປັນຜູ້ຂານອາສາ ຖອດວິຊາໃຫ້ຄົນຮູ້
ຄູຈຶ່ງມີຄຸນລົ້ນ ອະນັ້ນຕັ້ງລ້ານສ່ຳ
ເພັນ ເງິນ ຄຳປຽບບໍ່ໄດ້ ສູງຊັ້ນຄ່າແພງ ທ່ານເອີຍ
ຫຼານຂໍກ່າວແຈ້ງ ຄຸນແຫ່ງຄວາມງາມຄູ
ເປັນຜູ້ທຳຄວາມດີ ຕໍ່ທຸກຄົນໃນສັງຄົມກວ້າງ
ເປັນທັງເຮືອນ ແລະຂົວຂ້າມ ໃຫ້ທຸກຄົນໄດ້ຕາມໄຕ່
ສູ່ຈຸດໝາຍພຸ່ງພົ້ນ ປະສົງສ້າງໃຫ້ຊາດຈະເລີນ ແທ້ແລ້ວ
ໄປຕາມສຽງພັກເອີ້ນ ທຸກສິ່ງຂານອາສາ
ຕາມພູຜາດົງດອນ ບ່ອນໃດກໍໄປໄດ້
ຄູຄືສາຍໃຍປາໃນນ້ຳ ປະຊາເຮົາຜູ້ຮັກຫໍ່
ຂໍແຕ່ມີນັກຮຽນຊອກຮູ້ ຄູໄປໄດ້ບໍ່ຫວັ່ນໄຫວ
ທາງຈິດໃຈກໍໂອບເອື້ອ ຮັກສາທ່ຽງຈັນຍາບັນ
ຄູເປັນທຳບໍ່ລຳອຽງ ບໍ່ບ່ຽງໃຈພໍດີ
ມີຈິດໃຈສະເໝີຕັ້ງ ສຶກສາຮຽນສູງຕື່ມ
ທັງຕໍ່ເຕີມຊອກຮູ້ ຊູຂຶ້ນເພີ່ມທະວີ
ດັ່ງໃນທຸກມື້ນີ້ ຄູຄືແມ່ຕຳລາຮຽນ
ໃຜຜູ້ພຽນອົດສາ ຊອກຮ່ຳຮຽນໃຫ້ສູງພົ້ນ
ກາຍເປັນຄົນມີຄວາມຮູ້ ວິຊາການອົງອາດ
ສາດສະດາຈານກໍ່ໄດ້ ຜູ້ນຳພາສ້າງສາກໍ່ດີ ທ່ານເອີຍ
ຄູເອີຍ ຄູເຄີຍສອນໃຫ້ຄົນຮູ້ ຫຼາຍຮຸ່ນກາຍມາ
ບໍ່ອາດພັນລະນານັບ ຮຸ່ນນັກຮຽນຂອງຕົນໄດ້
ເປັນຜູ້ນຳຫຼາຍດ້ານ ວິຊາຫຼາຍຢ່າງ
ນັກທຸລະກິດ ທະຫານ ຕຳຫຼວດພ້ອມ ເປັນສິດຄູແລ້ວຜ່ານມາ
ບໍ່ອາດພັນລະນາຖ້ວນ ເກີນກວ່າອະສົງໄຂ
ທ່ານຫາກມີຄຸນຫຼາຍ ຕໍ່ທຸກຄົນທັງຄ້າຍ
ອັນໃດເດທຽມໄດ້ ບຸນຄຸນຂອງທ່ານ
ຫຼານຂໍຍໍຍົກໃສ່ເກົ້າ ຍໍໄຫວທີ່ສູງ ຄູເອີຍ
ຮຽມຂໍຍໍຍົກຖວາຍແກ່ເຈົ້າ ດວງດອກມາລາຫອມ
ກັບທັງກອນອວນພອນ ຍົກຍໍໃສ່ຂັນແກ້ວ
ທ່ານຄືແນວນາມເຊື້ອ ປະກາຍແສງຄືແວ່ນ
ຄົນນັບແສນໝື່ນລ້ານ ພຽນຕຸ້ມຫຸ້ມຫໍ່ໃຈ
ໃຫ້ທ່ານສຸກຢູ່ລົ້ນ ພົ້ນທຸກທັງກາຍໃຈ
ສຸກຢູ່ໃນໂລກາ ຈົ່ງປະຄອງພະຄຸນເຈົ້າ
ທ່ານຢ່າອຸກອັ່ງເອົ້າ ດວງຊີວັນຊິເຫງົາຫງວ່ມ
ຄວາມໂສກາຮ່າງຮ້າຍ ຈົ່ງໄລເວັ້ນພ່າຍໜີ ທ່ານເອີຍ
ຂໍໃຫ້ທ່ານມີຄ່າແກ້ວ ສູງສົ່ງປາລະມີ
ກຽດສັກສີລືນາມ ສ່ອງປະກາຍຊົງພົ້ນ
ຈົນປະຫວັດສາດຈາລຶກໃຫ້ ວັນຄູລາວສູງສົ່ງ
ໂດ່ງດັງໄປທົ່ວແວ້ນ ແດນດ້າວຖິ່ນໄກ
ໃນໂອກາດສຸດທ້າຍນີ້ ຫຼາຍຂໍອວຍພອນໄຊ
ໃຫ້ຄູລາວທັງຫຼາຍ ຈົ່ງຢູ່ດີມີສຸກລົ້ນ
ຂໍສິ່ງສັກສິດບັນດົນໃຫ້ ກາຍໃຈຄູຈົ່ງສົດຊື່ນ
ໜື່ນປີເປັນທີ່ຕັ້ງ ພະລັງເຈົ້າຈົ່ງເຂັ້ມແຂງ ນັ້ນທ້ອນ
Cr: ບົດກອນອວຍພອນຄູ
http://bit.ly/2fSJZOl
ไม่มีความคิดเห็น:
แสดงความคิดเห็น