ເກີດເມື່ອວັນຈັນ ວັນທີ 13 ສິງຫາ 1910 ທີ່ບ້ານຫວາຍ ເມືອງປາກຊ່ອງ,ເມື່ອອາຍຸໄດ້ 15 ປີ ທ່ານເລີ່ມເຮັດວຽກເປັນສະໝຽນ ແລະ ໄດ້ເຂົ້າເປັນທະຫານຂອງພະຍາຂອມກົມມະດໍາເພື່ອຕໍ່ສູ້ຄຽງບ່າຄຽງໄຫຼ່ກັບກໍາລັງຮັກຊາດອື່ນໆຕ້ານຈັກກະພັດລ່າເມືອງຂຶ້ນ. ທ່ານ ສີທົນ ກົມມະດໍາ ແມ່ນນັກໂຄສະນາຂົນຂວາຍ,ປຸກລະດົມຊວນເຊື່ອມະຫາຊົນເຂົ້າໃນຂະບວນການຮັກຊາດ,ກໍາລັງການເມືອງ,ກໍາລັງປະກອບອາວຸດທັງເປັນນັກຮົບກູ້ຊາດເປັນນາຍທະຫານທີ່ເກັ່ງກ້າສາມາດອາດຫານບໍ່ຍອມຈໍານົນຕໍ່ສັດຕູ,ມີຍຸດທະວິທີໃນການຕໍ່ສູ້ທີ່ຄ່ອງແຄ້ວ. ທ່ານໄດ້ອຸທິດຕົນຮັບໃຊ້ປະເທດຊາດ,ຮັບໃຊ້ປະຊາຊົນຈົນຊິ້ນລົມຫາຍໃຈ, ທ່ານໄດ້ເສຍຊີວິດໃນວັນທີ 1 ພຶດສະພາ 1977 ດ້ວຍພະຍາດຂອງທ່ານເອງ ລວມອາຍຸໄດ້ 67 ປີ ທ່າມກາງຄວາມອາໄລຮັກຂອງທົ່ວກອງທັບ ແລະ ປວງຊົນລາວທັງຊາດ ແຕ່ຊື່ສຽງ ແລະ ຄຸນງາມຄວາມດີຂອງທ່ານຍັງຍືນຍົງຄົງຕົວຢູ່ກັບພວກເຮົາຕະຫຼອດໄປ.
![]() |
อานุสาวะลี ท่าน สีทน กมมะดำ เมืองปากช่อง จำปาสัก |
ไม่มีความคิดเห็น:
แสดงความคิดเห็น