ສັງຄົມໃຫ້ຄວາມສົນໃຈເປັນພິເສດກ່ຽວກັບໂຄງການທາງດ່ວນເລກທີ 13 ໃຕ້ ( ວຽງຈັນ – ປາກເຊ ) ທີ່ແບ່ງອອກເປັນ 4 ໄລຍະ ໂດຍມີບໍລິສັດຂອງລາວ ແລະ ຈີນ ທີ່ຊະນະການປະມູນຖືກຄັດເລືອກຈາກລັດຖະບານເພື່ອໃຫ້ສຶກສາຄວາມເປັນໄປໄດ້. ໃນນີ້, ບໍລິສັດຂອງລາວ 2 ບໍລິສັດ ໄດ້ແກ່: ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ( PCD ) ແລະ ກຸ່ມບໍລິສັດ ດວງຈະເລີນ ພັດທະນາ ຈໍາກັດ, ສ່ວນທີ່ເຫຼືອອີກສອງບໍລິສັດແມ່ນບໍລິສັດຈາກ ສປ ຈີນ.
ຄວາມຄືບໜ້າຫຼ້າສຸດຂອງໂຄງການດັ່ງກ່າວ ພາຍຫຼັງທີ່ລັດຖະບານກໍ່ຄືກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງທາງດ່ວນແລວທາງໃໝ່ 13 ໃຕ້ ນະຄອນຫຼວງວຽງຈັນ ຫາ ປາກເຊ ແຂວງຈຳປາສັກ ໄລຍະທີ III ( ແຕ່ແຍກທາງເລກ 9 ( ເຊໂນ ) ແຂວງສະຫວັນນະເຂດ ຫາ ແຍກທາງເລກທີ 15 ( ນາປົ່ງ ) ແຂວງສາລະວັນ ເມື່ອທ້າຍເດືອນຕຸລາ 2018 ຜ່ານມາ ລະຫວ່າງກົມຂົວທາງ ກະຊວງ ຍທຂ ກັບ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ( PCD ) ທີ່ຮ່ວມກັບກຸ່ມບໍລິສັດ ລັດວິສາຫະກິດ ວິສະວະກຳກໍ່ສ້າງ ສປ ຈີນ ( CSCEC ).
ທ່ານ ສີທາ ພົມມະຈິດ ຜູ້ອຳນວຍການ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ໃຫ້ສໍາພາດວ່າ: ໂຄງການທາງດ່ວນເລກທີ 13 ໃຕ້ ( ວຽງຈັນ – ປາກເຊ ) ທັງໝົດແບ່ງອອກເປັນ 4 ໄລຍະ ເຊິ່ງບໍລິສັດພວກເຮົາຮັບຜິດຊອບ ໄລຍະທີ III ແຕ່ແຍກທາງເລກ 9 ( ເຊໂນ ) ແຂວງສະຫວັນນະເຂດ ຫາ ແຍກທາງເລກທີ 15 ( ນາປົ່ງ ) ແຂວງສາລະວັນ ມີໄລຍະທາງ 128 ກິໂລແມັດ ໂດຍມີກໍານົດໃນການສຶກສາຄວາມເປັນໄປໄດ້ 16 ເດືອນນັບແຕ່ມື້ເຊັນບົດບັນທຶກເປັນຕົ້ນໄປ.
ເວົ້າສະເພາະໄລຍະທີ III ນັ້ນ ອາດຈະໄກໃນເວລາຂົນກົນຈັກໄປໂຄງການ, ແຕ່ມັນຈະສະດວກໃນການນໍາເຂົ້າວັດສະດຸຮັບໃຊ້ໂດຍຜ່ານດ່ານຂົວມິດຕະພາບ ລາວ – ໄທ 2 ( ສະຫວັນນະເຂດ – ມຸກດາຫານ ) ເຊິ່ງໂຄງການທາງດ່ວນແຫ່ງໃໝ່ນີ້ເປັນການຕັດແລວທາງໃໝ່ທັງໝົດ, ມີພຽງບາງຈຸດອາດຈະຕັດຜ່ານ ຫຼື ບາງຈຸດອາດຈະຂະໜານກັບເສັ້ນທາງເລກທີ 13 ໃຕ້ ປັດຈຸບັນ ເຊິ່ງຈະຫຼຸດໄລຍະທາງຈາກເດີມແຕ່ວຽງຈັນ – ປາກເຊ ລົງປະມານ 200 – 300 ກິໂລແມັດ.
ທ່ານກ່າວຕື່ມວ່າ: ໃນສ່ວນຂອງການສໍາຫຼວດຕົວຈິງ ປະມານ 5 ເດືອນສໍາເລັດ ເຊິ່ງໝາຍວ່າເຈົ້າຂອງໂຄງການຕ້ອງອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ແຕ່ມັນຈະໄປຊ້າຢູ່ໃນຂັ້ນຕອນການນໍາສະເໜີແລວທາງເພື່ອໃຫ້ເຈົ້າຂອງໂຄງການມີຄໍາເຫັນ, ປຶກສາຫາລື ແລະ ຂັ້ນຕອນການອະນຸມັດຮັບຮອງ ຈຶ່ງຄ່ອຍສາມາດຈັດຕັ້ງປະຕິບັດດໍາເນີນການກໍ່ສ້າງໄດ້ ຈຶ່ງໃຊ້ເວລາປະມານ 16 ເດືອນໃຫ້ສໍາເລັດທັງໝົດ.
ຜູ້ອຳນວຍການບໍລິສັດ ຍັງອະທິບາຍໃຫ້ຮູ້ເຖິງເຫດຜົນຂອງການຮ່ວມມືກັບກຸ່ມບໍ ລິສັດ ລັດວິສາຫະກິດ ວິສະວະກຳກໍ່ສ້າງ ສປ ຈີນ ວ່າ: ຖືວ່າເປັນການລົງທຶນຮ່ວມກັນພັດທະນາຄົນລະເຄິ່ງຂອງມູນຄ່າທັງໝົດ ເຊິ່ງເງື່ອນໄຂທີ່ຮ່ວມກັບບໍລິສັດດັ່ງກ່າວ ແມ່ນເວົ້າເລື່ອງການສະໜອງທຶນ ເຊິ່ງພາຍໃນເຮົາຍັງມີເພດານຈໍາກັດ ແຕ່ຄວາມຕ້ອງການທຶນທີ່ຈະມາພັດທະນາໂຄງການຫຼາຍກວ່ານັ້ນ ໂດຍມາດຕະຖານຂອງທາງດ່ວນໃນປະເທດອ້ອມຂ້າງ 1 ກິໂລແມັດ ປະມານ 8 – 10 ລ້ານໂດລາ ຖ້າທຽບໃສ່ 128 ກິໂລແມັດ ຕົກຢູ່ປະມານ 1.280 ລ້ານໂດລາ ແຕ່ການສະໜອງທຶນຂອງທະນາຄານໃຫ້ໄດ້ປະມານ 100 – 200 ລ້ານໂດລາເທົ່ານັ້ນ.
ສໍາລັບທາງດ່ວນແຫ່ງນີ້ ຈະເປັນຂະໜາດ 4 ເລນ ( ໄປ – ກັບເບື້ອງລະ 2 ເລນ ) ເຊິ່ງພາຍຫຼັງສໍາຫຼວດ – ອອກແບບແລ້ວກໍ່ຈະມີການເຊັນສັນຍາລົງມືຈັດຕັ້ງປະຕິບັດ ( MOA ) ຄາດວ່າຈະໄດ້ເລີ່ມດໍາເນີນການໃນກາງປີ 2020 ແລະ ຈະໃຫ້ສໍາເລັດໃນປີ 2024 – 2025 ເຊິ່ງທາງດ່ວນດັ່ງກ່າວແມ່ນເປັນການລົງທຶນແບບມີສ່ວນຮ່ວມ ແລະ ມອບໂອນ ( BOT ) ຕາມລະບຽບຂອງກະຊວງ ຍທຂ “ ທ່ານກ່າວໃນຕອນທ້າຍ ”.
ໂຄງການກໍ່ສ້າງທາງດ່ວນເລກທີ 13 ໃຕ້ ( ວຽງຈັນ – ປາກຊ ) ປະກອບມີ 4 ໄລຍະ ຄື: ໄລຍະທີ 1 ເລີ່ມຈາກແຂວງບໍລິຄຳໄຊ ຫາ ແຂວງຄຳມ່ວນ ມີໄລຍະທາງ 164 ກິໂລແມັດ ໂດຍແມ່ນ ບໍລິສັດ China Yunnan Sunny Road & Bridge ສປ ຈີນ ເປັນຜູ້ຮັບຜິດຊອບ; ໄລຍະທີ 2 ເລີ່ມຈາກທ່າແຂກ ແຂວງຄຳມ່ວນ ຫາ ( ແຍກທາງເລກ 9 ) ແຂວງສະຫວັນນະເຂດ ມີໄລຍະທາງ 117 ກິໂລແມັດ ແມ່ນກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ; ໄລຍະທີ 3 ແຕ່ແຍກທາງເລກ 9 ( ເຊໂນ ) ແຂວງສະຫວັນນະເຂດ ຫາ ແຍກທາງເລກທີ 15 ( ນາປົ່ງ ) ແຂວງສາລະວັນ ມີໄລຍະທາງ 128 ກິໂລແມັດ ແມ່ນບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ແລະ ໄລຍະທີ 4 ເລີ່ມຈາກແຂວງສາລະວັນ ຫາ ແຂວງຈຳປາສັກ ມີໄລຍະທາງ 82 ກິໂລແມັດ ແມ່ນ ບໍລິສັດ China Road & Bridge Corporation ສປ ຈີນ.
Cr: https://www.facebook.com/AeroLaos
[ ຂ່າວ- ຮູບ: ສົມສະຫວິນ ]
ไม่มีความคิดเห็น:
แสดงความคิดเห็น