วันศุกร์ที่ 16 พฤศจิกายน พ.ศ. 2561

ພຣະທາດອິງຮັງ 1951

ພຣະທາດອິງຮັງ That Ing Hang, Savannakhet year 1951.
ທາດອິງຮັງ ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ພຣະທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກປະຕິສັງຂອນມາແລ້ວຫຼາຍຄັ້ງ.

ພຣະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊ ຣາຊາແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ (ຄູບາອາຈານ) ຊາວອິນເດຍເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.


ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.

ໃນປີ ຄ.ສ 1349 ພຣະຍາຟ້າງຸ່ມ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງ ໄດ້ຍົກທັບມາຢຶດເອົາຫົວເມືອງຕ່າງໆ ເລື່ອງຂອງພຣະທາດຈຶ່ງຖືກມອບໝາຍໃຫ້ເຈົ້າເມືອງທີ່ປົກຄອງເປັນຜູ້ບູລະນະສ້ອມແປງຮັກສາ ພໍມາເຖິງສະໄໝສົມເດັຈໂພທິສາຣາຊ ພຣະເຈົ້າໄຊເສດຖາທິຣາຊ ຈຶ່ງປະກົດວ່າ ເພິ່ນໄດ້ມາຂາບໄຫວ້ນະມັດສະການໃນເຂດເມືອງກະບອງ ຄື ພຣະທາດອິງຮັງ ແລະ ພຣະທາດສີໂຄດຕະບອງ ເມື່ອເຈົ້າໄຊເສດຖາທິຣາຊ ສະຖາປະນານະຄອນຫຼວງວຽງຈັນ ເປັນເມືອງຫຼວງ ເພິ່ນກໍ່ມີຄຳສັ່ງໃຫ້ດັດແປງພຣະທາດນີ້ ກັບຄືນເປັນເຈດີທາງພຸດທະສາດສະໜາ ສ້າງຍອດເຈດີເປັນສິລະປະແບບລາວບູຮານ ແຕ່ນັ້ນມາກໍຍັງມີການປະຕິສັງຂອນເລື້ອຍໆ ແຕ່ກໍຍັງຮັກສາຮູບແບບຂອງສະໄໝພຣະເຈົ້າໄຊເສດຖາທິຣາຊ ເອົາໄວ້.
ແທ່ນທາດມີລວງກວ້າງດ້ານລະ 9 ແມັດ ລວງສູງ 25 ແມັດ ຕັ້ງຢູ່ບ້ານທາດອິງຮັງ ແຍກອອກທາງສະຫວັນເຊໂນ ຢູ່ຫຼັກກິໂລແມັດທີ 12 ແລະ ທາງເຂົ້າໄປ 3ກິໂລແມັດ.
ເມື່ອປີ 1949 ປະຊາຊົນຊາວ ເມືອງໄດ້ທຳການສ້ອມແປງບູລະນະຄັ້ງໃຫຍ່ໃຫ້ກວ້າງຂວາງ ຄືໄດ້ສ້າງປະຕູໂຂງປຸກກົມມະລຽນ ແລະ ສາລາໂຮງທຳຂຶ້ນ ເພື່ອໃຫ້ຜູ້ທ່ອງທ່ຽວ ແລະ ອອກຕົນຍາດໂຍມໄດ້ມາຮຽນຮູ້ຂາບໄຫວ້.
ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດໃນມີ້ຂນ 15 ຄໍ່າ ເດືອນຈຽງ ( ເດືອນ 1 ລາວ ) ຂອງທຸກໆປີ ( ແຕ່ກ່ອນຈັດງານເດືອນ 12 ເພັງ ພ້ອມບຸນນະມັດສະການພຣະທາດຫຼວງ ແຕ່ເນື່ອງຈາກວ່າ ພຣະເຈົ້າໄຊຍະເສດຖາທິຣາຊ ພຣະອົງມີພຣະຣາຊະກິດທີ່ພຣະທາດຫຼວງ ເພິ່ນຈຶ່ງເລື່ອນມາຈັດງານໃນເດືອນຈຽງເພັງ ) ພ້ອມນັ້ນ ຍັງມີງານຕະຫຼາດນັດ ແລະ ການຫຼິ້ນກິລາ ດັ້ງເດີມນັ້ນແມ່ນມີແຕ່ກິລາໝາກຂ່າງ ແຕ່ປັດຈຸບັນບໍ່ເຫັນມີການຫຼິ້ນພໍປານໃດແລ້ວ.




Cr: http://raosukunfung.com

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...