ສະຫວັນແດນຮັກ
ອະນຸສາວະລີນັກຮົບນິລະນາມແມ່ນເຄື່ອງໝາຍຂອງນັກຮົບຕໍ່ສູ້ກູ້ຊາດຈາກພວກຈັກກະພັດ, ຕັ້ງຢູ່ໃນເທດສະບານເມືອງພີນ ແລະ ສ້າງຂຶ້ນໃນປີ ຄ.ສ 1989 ແລະ ສ້າງສໍາເລັດໃນ ວັນທີ 24/11/1991, ໂດຍມີການມອບໝາຍຊີ້ນໍາ ແລະ ນໍາພາຕິດຕາມການກໍ່ສ້າງຕື່ມ ປະກອບມີ ທ່ານ ທອງເສີຍ ໂຄດວົງສີ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທໍາແຂວງ, ທ່ານ ສົມຍົດ ບຸນສະຫວັດ ຫົວໜ້າວິຈິດຕະກໍາສິນ, ທ່ານ ພວງ ອາຈານ ດ້ານວິຊາອອກແບບວິຈິດຕະກໍາສິນ, ທ່ານ ຫງຽນ ນັກສິລະປະກໍາວິຊາປັ້ນ, ທ່ານ ຫງຽນຫຼອງ ນັກສະຖາປານິກ ຈາກນະຄອນເຫວ້ ໂດຍໃຊ້ງົບປະມານສ້າງທັງໜົດ 150.000.000 ກີບ. ມີລັກສະນະ ເສົາ 4 ຫຼ່ຽມ, ສູງ 20 ແມັດ, ດ້ານຫຼັງມີຮູບຄົນ, ລົດຫຸ້ມເກາະ, ລົດຕັ່ງ ແລະ ຍົນ, ທາງດ້ານໜ້າມີຮູບຄົນສອງຄົນຢືນພາຍປືນຍົກທຸງ ແລະ ຂັນເງິນ ແລະ ທາງດ້ານໃຕ້ ແລະ ດ້ານເໜືອ ມີຕົ້ນດອກໄມ້ປະຈໍາຊາດທັງສອງຊາດລາວ-ຫວຽດນາມ
.
ຕາດສະໂຄຍ
ຕັ້ງຢູ່ເມືອງເຊໂປນ, ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກ ປະມານ 8 ກິໂລແມັດ ແລະ ເປີດໃຫ້ບໍລິການເລີ່ມແຕ່ປີ 2000 ເປັນຕົ້ນມາ. ເປັນນ້ຳຕົກຕາດຂະໜາດໃຫຍ່ໃນສາຍນ້ຳເຊບັ້ງຫຽງທີ່ສວຍສົດງົດ, ສາມາດໄປໄດ້ທຸກລະດູຍົກເວັ້ນເວລານ້ຳເຊບັ້ງຫຽງມີລະດັບສູງອາດຈະເຮັດໃຫ້ຕາດຈົມຫາຍຢູ່ໃຕ້ນ້ຳ ແຕ່ໃນເວລານ້ຳລົງ ຍາມແລ້ງ ຫຼື ຍາມເທດສະການຕ່າງໆ ເຊັ່ນ: ບຸນປີໃໝ່ລາວ ຈະມີປະຊາຊົນນັກທ່ອງທ່ຽວມາຫຼິ້ນໃນຕາດແຫ່ງນີ້ຢ່າງຫຼວງຫຼາຍ. ສິ່ງສຳຄັນທີ່ຕາດສະໂຄຍສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍແມ່ນ ຢູ່ຂ້າງນ້ຳຕົກຕາດ ສຳລັບຜູ້ມັກຜະຈົນໄພ ຫຼື ຄວາມຕື່ນເຕັ້ນນັ້ນ ສາມາດປີນຂຶ້ນຢູ່ເທິງຫິນສູງແລ້ວໂດດລົງນ້ຳໄດ້ຢ່າງມ່ວນຊື່ນ ເຊິ່ງຈຸດທີ່ຫິນສູງທີ່ເຮົາສາມາດໂດດໄດ້ນັ້ນມີຄວາມສູງປະມານ 4-8ແມັດ ຕາມລຳດັບ.
ນ້ຳຕົກຕາດສະແລນ
ຕັ້ງຢູ່ ເມືອງເຊໂປນ, ເປັນນ້ຳຕົກຕາດທີ່ມີຄວາມສູງພໍສົມຄວນ. ໃນສາຍນ້ຳເຊສະແລນ ເຊິ່ງມີຄວາມສວຍງາມຫຼາຍ ເຊິ່ງຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກປະມານ 30 ກິໂລແມັດ. ບ່ອນທີ່ເປັນຈຸດຕົກຂອງນ້ຳມີຄວາມສູງປະມານ 25 - 30 ແມັດ. ປະຈຸບັນມີການສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃກ້ກັບຕາດ.
ຂົວອູ່
ແມ່ນຂົວໜຶ່ງທີ່ຍັງຫຼົງເຫຼືອຈາກສັດຕູທີ່ທໍາລາຍໃນປາງສົງຄາມ, ຕັ້ງຢູ່ ບ້ານດົງໃຫຍ່, ເມືອງເຊໂປນ ຫ່າງຈາກ ເສັ້ນທາງເລກທີ 9 ເຂົ້າໄປ ປະມານ 2 ກິໂລແມັດ, ໄປຕາມເສັ້ນທາງ ເມືອງນອງ. ຂົວອູ່ແຫ່ງນີ້ ສ້າງຂຶ້ນໃນປີ ຄ.ສ 1973 ແລະ ສໍາເລັດໃນຕົ້ນປີ ຄ.ສ 1975 ໂດຍແມ່ນທະຫານກອງພົນປະເທດຫວຽດນາມເປັນຜູ້ສ້າງຂຶ້ນ, ໃນການສ້າງແມ່ນໃຊ້ແຮງງານຄົນເປັນຕົ້ນຕໍ, ຂົວອູ່ແຫ່ງນີ້ ມີຄວາມຍາວ 165 ແມັດ, ກ້ວາງ 4 ແມັດ, ທາງກາງ ແມ່ນປູດ້ວຍຢາງປູ່ທາງ, ທາງສອງຟາກຂ້າງ ແມ່ນມີທາງຄົນຍ່າງເບື້ອງລະ 1 ແມັດ, ປູດ້ວຍໄມ້ແປ້ນ, ຂົວນີ້ບໍ່ມີເສົາກາງ, ມີແຕ່ເສົາຢູ່ທາງສອງພາກຂ້າງ ແລ້ວມີສາຍເຕີຍໃຫຍ່ເໜັ່ງຂ້າມ, ຂ້າງລະ 12 ເສັ້ນ ລວມທັງໜົດເປັນ 24 ເສັ້ນ ແລ້ວມີເຫຼັກເສັ້ນໃຫຍ່ຈັບສາຍເຕີຍຢ່ອນລົງເປັນເສົາປຽບເໜືອນດັ່ງກັບອູ່, ສະນັ້ນ ເຂົາຈຶ່ງເອີ້ນກັນວ່າ “ຂົວອູ່”. ຂົວອູ່ ແຫ່ງນີ້ ແມ່ນສ້າງຢູ່ໃນເສັ້ນທາງ ໂຮ່ຈິມິນ ເພື່ອລົງໄປປົດປ່ອຍພາກໃຕ້ປະເທດຫວຽດນາມ ໃນປີ ຄ.ສ 1975. ຫ່າງຈາກສະຫວັນນະເຂດ ປະ ມານ 224 ກິໂລແມັດ.
ຮ່ອງຮອຍເສັ້ນທາງປະຫວັດສາດ (ເສັ້ນທາງໂຮ່ຈິມິນ)
ເສັ້ນທາງໂຮ່ຈີ່ມິນ ແມ່ນຖຶກໃຊ້ເປັນເສັ້ນທາງຍຸດທະສາດໃນລະຫວ່າງສົງຄາມຫວຽດນາມ ເຊິ່ງເນັ່ງຈາກພາກເໜືອເຖິງພາກໃຕ້, ໂດຍເສັ້ນທາງສ່ວນໃຫ່ຍແມ່ນຜ່ານປະເທດລາວ ແລະ ກຳປູເຈຍ. ມັນບໍ່ແມ່ນພຽງແຕ່ເສັ້ນທາງດຽວ ແຕ່ປະກອບມີຫົນທາງທີ່ເປັນເສັ້ນທາງທີ່ຄົດລ້ຽວແສນທໍລະຫົດ. ບັ້ນຮົບລາມເຊິນ 719 ໄດ້ລະເບີດຂຶ້ນໃນປີ ຄ.ສ 1971 ເປັນມະຫາສົງຄາມຂອງພວກຈັກະພັດ ແລະ ລູກມືກໍ່ຂຶ້ນ ເພື່ອຫວັງຍຶດເສັ້ນທາງເລກ 9 ແລະ ທີ່ຕັ້ງຍຸດທະສາດ, ແຕ່ຖືກປະຊາຊົນສອງຊາດລາວ-ຫວຽດນາມ ສົມທົບກັນຕ່າວໂຈມຕີເຮັດໃຫ້ພວກເຂົາປະລາໄຊ. ໃນທຸກມື້ນີ້, ບົນເສັ້ນທາງດັ່ງກ່າວແມ່ນຖືກປົກຄຸມໄປດ້ວຍປ່າດົງພົງໄພທີ່ຕຶບໜາ. ຕາມສາຍທາງເລກທີ 9, ມີຫຼາຍເສັ້ນທາງທີ່ເຄີຍເປັນເສັ້ນທາງຂອງໂຮ່ຈີ່ມິນ ເລີ່ມຈາກທາງພາກເໜືອໄປຫາພາກໃຕ້. ຕາມເສັ້ນທາງໂຮ່ຈີ່ມິນທ່ານສາມາດໄປທ່ຽວຊົມໄດ້ປຽບທຽບໄດ້ເຖິງຄວາມແຕກຕ່າງລະຫວ່າງທຳມະຊາດທີ່ສະຫງົບ, ການດຳລົງຊີວິດຂອງປະຊາຊົນລຽບຕາມເສັ້ນທາງສາຍດັ່ງກ່າວ ແລະ ຊາກປະຫຼັກຫັກພັງຂອງບ້ານເຮືອນຂອງຊາຊົນ, ທີ່ຖຶກທະຫານຈັກກະອາເມລິ ກາໄດ້ຖິ້ມລະເບີດນາໆຊະນິດລົງໃສ່. ການເດີນທາງທ່ອງທ່ຽວແມ່ນຈະຕ້ອງມີຜູ້ນຳທ່ຽວທ່ອງຖິ່ນ ແລະ ຫ້າມເຂົ້າໄປໃນປ່າເດັດຂາດເນື່ອງຈາກວ່າລູກລະເບີດທີ່ຍັງບໍ່ທັນແຕກແມ່ນຍັງມີເປັນຈຳນວນຫຼວງຫຼາຍທີ່ຍັງບໍ່ທັນຖືກທຳລາຍฃ
ຫໍພິພິທະພັນເຄື່ອງສິນເສິກ
ຕັ້ງຢູ່ ບ້ານດົງເຊໂປນ, ເມືອງເຊໂປນ, ຫ່າງຈາກຕົວເມືອງ 16 ກິໂລແມັດ.
ຮ່ອງຮອຍບັ້ນຮົບລາມເຊີນ 719: ຢູ່ເທິງພູບີ້ ໄລຍະຫ່າງຈາກຕົວເມືອງ 20 ກິໂລແມັດ ການເຂົ້າເຖິງແຫຼ່ງ: ບໍ່ສະດວກ, ປີຄົ້ນພົບ: ບໍ່ມີຂໍ້ມູນ, ເປີດບໍລິການ: ຍັງ ພາກສ່ວນຄຸ້ມຄອງ: ພະແນກ ຖວທ ແຂວງ ຈັດລະດັບແຫຼ່ງທ່ອງທ່ຽວ: ຂັ້ນແຂວງ ສິ່ງອໍານວຍຄວາມສະດວກ: ບໍ່ມີແຜນສໍາຫຼວດ: ສໍາຫຼວດແລ້ວ ແຜນພັດທະນາ: ມີແຜນພັດທະນາ.
ວັດເກົ່າເຊໂປນ
ຕັ້ງຢູ່ ບ້ານເຊໂປນເກົ່າ, ໄລຍະຫ່າງຈາກຕົວເມືອງເຊໂປນ 4 ກິໂລແມັດ ເຊິ່ງເປັນວັດຮ້າງທີ່ເຫຼືອພຽງພະພຸດທະຮູບທີ່ແຕກເພທ່າມກາງຕົ້ນໄມ້ໃຫຍ່, ຊາກດິນຈີ່ ແລະ ຂຸມລະເບີດນາປາມ, ເປັນອະນຸສອນ ຢັ້ງຢືນໃຫ້ເຫັນການທຳລາຍລ້າງຢ່າງບໍ່ປານີຂອງສົງ ຄາມ. ວັດນີ້ ຕັ້ງຢູ່ແຄມຝັ່ງເຊໂປນໃນເມືອງເກົ່າເຊໂປນ, ປະຊາຊົນໃນທ້ອງຖິ່ນໄດ້ບູລະນະຄືນແຕ່ກໍຍັງຄົງລັກສະນະຮ່ອງຮອຍເດີມໄວ້ໃຫ້ເຫັນທຸກປະການ.
ທໍາມະຊາດ ພູຊ້າງແຫ່
ຕັ້ງຢູ່ເຂດປ່າສະຫງວນພູຊ້າງແຫ່, ເມືອງວິລະບູລີ ໄລຍະຫ່າງຈາກຕົວເມືອງ 40 ກິໂລແມັດ. ລັດຖະບານລາວຮ່ວມກັບລັດຖະບານສະວີເດັນ ໄດ້ລິເລີ່ມສົ່ງເສີມການທ່ອງທ່ຽວໃນບໍລິເວນນີ້ດ້ວຍຮູບແບບປະສົມປະສານລະຫວ່າງການທ່ອງທ່ຽວເຊີງອະນຸຮັກ, ຍ່າງຜະຈົນໄພ, ສຶກສາເສັ້ນທາງທຳມະຊາດ ແລະ ສຶກສາວິຖີຊີວິດຄວາມເປັນຢູ່ຂອງຊົນເຜົ່າຕ່າງໆທີ່ຢູ່ຕະຫຼອດເສັ້ນທາງ. ສຳ ລັບນັກເດີນທາງທີ່ມັກການຜະຈົນໄພການມາປ່າສະຫງວນພູຊ້າງແຫ່ ເອີ້ນວ່າຕອບສະໜອງໄດ້ເຖິງລົດເຖິງແກ່ນ, ທ່ານອາດເລີ່ມຕົ້ນດ້ວຍການຍ່າງປ່າ, ສຶກສາເສັ້ນທາງທຳມະຊາດ, ເບິ່ງສັດປ່າ, ຂຶ້ນພູໄປຊົມທິວທັດເຂດນັ້ນໄດ້ຕະຫຼອດທັງບໍລິເວນ, ປິດທ້າຍດ້ວຍການໃຊ້ຊີວິດຮ່ວມກັບຊາວບ້ານຊົນເຜົ່າໃນທ້ອງຖິ່ນເພື່ອສຳຜັດວິຖິຊີວິດຄວາມເປັນຢູ່ ແລະ ເບິ່ງວັດທະນະທຳ, ຂະຫນົບທຳນຽມປະເພນີຂອງຊາວລາວດັ້ງເດີມ ແລະ ປະເພນີສະເພາະກຸ່ມຊົນທ້ອງຖິ່ນ.
ພະທາດນາງລາວ
ຕັ້ງຢູ່ ບ້ານທາດ, ເມືອງວິລະບູລີ, ຫ່າງຈາກຕົວເມືອງ 30 ກິໂລແມັດ. ພະທາດນາງລາວ ເປັນທາດທີ່ມີໂຄງສ້າງທາງດ້ານສິລະປະ ແລະ ສະຖາປັດຕະຍະກໍາແບບຫຼວງພະບາງ ຫຼື ລ້ານຊ້າງຕອນເໜືອ, ມີຖານເປັນຮູບ 4 ຫຼ່ຽມຈະຕຸລັດ ທີ່ມີຂະໜາດ 11,38 ແມັດ X 11,38 ແມັດ ແລະ ສູງປະມານ 12 ແມັດ. ສ່ວນຖານຮູບ 4 ຫຼ່ຽມຈະຕຸລັດຂອງທາດເປັນຖານແບບຕໍ່າປະກອບ 3 ຖ້ານ, ມີເຕົ້າທາດເປັນຮູບ 8 ຫຼ່ຽມປະດັບດ້ວຍບົວຂວ້ຳ ແລະ ບົວຫງາຍ, ສ່ວນຍອດທາດເປັນຮູບວົງມົນ (ລະຄັງຂວ້ຳ) ປະດັບດ້ວຍບົວຂວ້ຳ ແລະ ບົວຫງາຍ ສ່ວນເທິງສຸດສັນນິຖານວ່າຈະມີເສດຕະສັດທີ່ເຮັດດ້ວຍວັດຖຸມີຄ່າຕາມຮູບແບບທາງສິລະປະ, ສະຖາປັດຕະຍະກໍາຂອງຫຼວງພະບາງ ຫຼື ລ້ານຊ້າງຕອນເໜືອ. ຍ້ອນການເວລາຜ່ານໄປຫຼາຍປີ, ທັງຖືກປະຮ້າງເປັນເວລາດົນນານ ແລະ ຖືກຂຸດເຈາະເພື່ອລ້າສົມບັດຈາກກຸ່ມຄົນບໍ່ດີໃນໄລຍະຜ່ານມາໂດຍສະເພາະແມ່ນໄດ້ຖືກຜົນກະທົບຈາກການສົງຄາມທໍາລາຍຂອງຈັກກາພັດອາເມລິກາຜູ້ຮຸກຮານນັ້ນໄດ້ເຮັດໃຫ້ອົງພະທາດແຕກຫັກ, ຂຸເຈື່ອນ ແລະ ເພພັງລົງ ໂດຍສະເພາະແມ່ນອົງພະທາດທາງດ້ານຕາເວັນອອກ ແລະ ດ້ານເໜືອ ທີ່ຖືກສະເກັດລະເບີດຂອງຈັກກະພັດອາເມລິກາຖິ້ມໃສ່ຜາບຸນ ເພື່ອຫວັງທໍາລາຍຖານທີ່ຕັ້ງຂອງສຳນັກງານພາກລາວໃຕ້ທີ່ຕັ້ງຢູ່ຜາດັ່ງກ່າວ. ໃນປະຈຸບັນນີ້ ອົງພະທາດຍັງບໍ່ທັນມີທຶນຮອນເພື່ອມາປະຕິສັງຂອນໃຫ້ຢູ່ໃນສະພາບເດີມຂອງອົງພະທາດໄດ້. ນັບຕັ້ງແຕ່ແຕ່ປີ ຄ.ສ 2002 ມາເຖິງປັດຈຸບັນປະຊາຊົນເມືອງວິລະບູລີກໍຄືຊາວເມືອງອ້ອມຂ້າງ ກໍໄດ້ພ້ອມກັນເຮັດອະນາໄມຖາກຖາງອ້ອມຂ້າງອົງພະທາດ ເພື່ອເຮັດບຸນສິນກິນທານ ແລະ ສະເຫຼີມສະຫຼອງງານບຸນປະເພນີໃນມື້ເດືອນສາມເພັງຂອງທຸກໆປີ.
ຕາມຕຳນານທ້ອງຖິ່ນ ເລື່ອງພະທາດນາງລາວ ເບິ່ງຄືວ່າຈະເປັນເລື່ອງເລົ່າ ຫຼື ຕຳນານຄູ່ກັບເລື່ອງເລົ່າ “ຜາບຸນ” ເປັນຕຳນານຂອງຊາວຜູ້ໄທເລົ່າຕໍ່ກັນມາ ເຊິ່ງຕຳນານ ຫຼື ເລື່ອງເລົ່າແມ່ນມີຫຼາຍແບບ ເຊິ່ງໄດ້ເລົ່າວ່າ: ພະທາດນາງລາວ ຖືກສ້າງຂຶ້ນໃນຊ່ວງຄັ້ງທີ່ “ພະຍາກ່າ” ໄດ້ອົບພະຍົບຄົວເຮືອນຊາວຜູ້ໄທລົງມາຈາກເມືອງແຖນ, ລົງມາຕັ້ງບ້ານເມືອງທີ່ເມືອງວັງ ທີ່ມີຊາວບຼູ ຫຼື ຊາວຂ່າອາໄສຢູ່ເດີມ, ໄດ້ເກີດຄວາມຂັດແຍ່ງລະຫວ່າງຊາວຜູ້ໄທ ແລະ ຊາວບຼູ ວ່າໃຜຈະເປັນຜູ້ນຳໃນການປົກຄອງບ້ານເມືອງລະຫວ່າງຄົນຢູ່ເດີມກັບຄົນມາໃໝ່ ຈຶ່ງເກີດມີການແຂ່ງຂັນສ່ຽງບຸນວາສະໜາ ໂດຍການໃຊ້ໜ້າໄມ້ຍິງໄປທີ່ໜ້າຜາ, ຫາກຝ່າຍໃດສາມາດຍິງໃຫ້ລູກໜ້າປັກຕິດກັບໜ້າຜາໄດ້ ຝ່າຍນັ້ນຈະເປັນຜູ້ນຳຂອງເມືອງວັງ. ຝ່າຍຊາວບຼູ ເຮັດໜ້າໄມ້ຍາວ 3 ວາ ໂກ່ງຂາໜ້າໄມ້ຂ້າງລະ 3 ຄົນ ເປັນຝ່າຍຍິງໜ້າໄມ້ກ່ອນຊາວຜູ້ໄທດ້ວຍເພາະເປັນຜູ້ອາໄສຢູ່ມາແຕ່ເດີມ ແຕ່ເມື່ອງຍິງໜ້າໄມ້ອອກໄປ ລູກໜ້າໄມ້ກະແທກກັບໜ້າຜາກະເດັນອອກມາທຸກຄັ້ງ. ສ່ວນຝ່າຍຜູ້ໄທກະໄດ້ປະດິດໜ້າໄມ້ຂະໜາດບໍ່ໃຫຍ່ຫຼາຍ ທີ່ລູກໜ້າກໍເອົາຂີ້ສູດຕິດທີ່ປາຍໄວ້ ເມື່ອຍິງອອກໄປລູກໜ້າທີ່ມີຂີ້ສູດຈຶ່ງພຸ່ງເຂົ້າໜ້າຜາບໍ່ຫຼຸດກະເດັນອອກມາ ຊາວບຼູຈຶ່ງຍອມແພ້ບຸນວາສະໜາໃຫ້ຊາວຜູ້ໄທໄປປົກຄອງເມືອງວັງແທນພວກຕົນ. ສ່ວນໜ້າຜາທີ່ໃຊ້ເປັນສະໜາແຂ່ງຂັນບຸນວາສະໜາ ຈຶ່ງຖືກເອີ້ນວ່າ: “ຜາບຸນ” ຕໍ່ໆກັນມາ. ຫຼັງຈາກນັ້ນ ເມື່ອຝ່າຍລາຊະອານາຈັກລ້ານຊ້າງໄດ້ຮູ້ຂ່າວການແຂ່ງຂັນບຸນວາສະໜາ ຈຶ່ງໄດ້ແຕ່ງຕັ້ງໃຫ້ “ທ້າວກ່າ” ຜູ້ນຳຊາວຜູ້ໄທຂຶ້ນເປັນ “ພະຍາກ່າ” ເຈົ້າເມືອງວັງ ແລະ ພະລາດຊະທານ “ນາງຄຳເພົາ” ເຊິ່ງຊາວຜູ້ໄທເອີ້ນວ່າ: “ນາງລາວ” ໃຫເປັນມະເຫສີ ພ້ອມບໍລິວານ. ນາງຄຳເພົາ ຫຼື ນາງລາວເດີນທາງຈາກນະຄອນຫຼວງວຽງຈັນມາຍັງເມືອງວັງພ້ອມບໍລິວານ ໂດຍນັ່ງເທິງຫຼັງຊ້າງທີ່ມີນາມວ່າ: “ງາກ້ຽວງາກອດ” ເຊິ່ງເປັນຊ້າງທີ່ນາງລາວຮັກ ແລະ ຜູກພັນກັນມາແຕ່ຄາວຍັງນ້ອຍ, ເມື່ອມາຮອດບໍລິເວນຜາບຸນ ຊ້າງກໍຢຸດບໍ່ຍອມໄປຕໍ່, ນາງລາວຈຶ່ງເຫັນວ່າເປັນນິມິດໝາຍທີ່ດີ ຈຶ່ງໄດ້ສ້າງເຮືອນຂຶ້ນໃນບໍລິເວນແຫ່ງນີ້ ຕໍ່ມາຊ້າງກໍໄດ້ລົ້ມລົງໃນເດືອນສາມເພັງ, ນາງລາວຈຶ່ງໄດ້ສ້າງພະທາດຂຶ້ນເພື່ອເປັນການບູຊາ ແລະ ໄດ້ນຳກະດູກຊ້າງ, ເຄື່ອງຂອງມີຄ່າບັນຈຸໄວ້ໃນອົງພະທາດ ຊາວເມືອງວັງຈຶ່ງເອີ້ນພະທາດທີ່ສ້າງຂຶ້ນນີ້ວ່າ: “ພະທາດນາງລາວ” ໂດຍຈະມີປະເພນີນະມັດສະການພະທາດນາງລາວໃນຊ່ວງເດືອນສາມເພັງ ຂຶ້ນ 15 ຄ່ຳ ເດືອນ 3 ເປັນປະເພນີສືບທອດກັນມາຈົນເຖິງປະຈຸບັນ. (ແຕ່ບາງຕຳນານຂອງພະທາດ ເອີ້ນວ່າ ພະທາດນາງທ້າວ ບອກວ່າເປັນການອຸທິດສ່ວນບຸນກຸສົນໃຫ້ກັບລູກຂອງ ນາງລາວ ທີ່ເສຍຊີວິດຕັ້ງແຕ່ນ້ອຍ.
ຫີນສາມເສົ້າ
ຕັ້ງຢູ່ ບ້ານນາປາເຄນ, ເມືອງວິລະບູລີ, ໄລຍະຫ່າງຈາກຕົວເມືອງ 10 ກິໂລແມັດ. ແຕ່ກ່ອນ ມີເງືອກສອງຜົວເມຍຄູ່ໜຶ່ງ ມາຈາກແມ່ນໍ້າເວີນສໍ-ນໍ້າສິ້ວ ໄດ້ພາກັນມາຕາມແມ່ນໍ້າເຊກອກ, ປະຊາຊົນໄດ້ເຫັນໂຕເງືອກ ແລະ ກໍຊ່າລືກັນໄປຮອດຫູພະຍາເມືອງ, ເມື່ອພະຍາເມືອງໄດ້ຍິນດັ່ງນັ້ນ ກໍໄດ້ຕີຄ້ອງຮ້ອງປ່າວປະກາດເຖິງລາຊະດອນຢູ່ໃກ້ ແລະ ຢູ່ໄກວ່າ: ໃຜມີຄວາມສາມາດຈັບໂຕເງືອກໄດ້ຈະມີລາງວັນໃຫ້, ຕໍ່ມາບໍ່ດົນກໍໄດ້ມີຊາຍຄົນໜຶ່ງ ຊື່ວ່າ: ທ້າວ ກວານຕາເຫີນ ມາຫາເຈົ້າພະຍາເມືອງ ເພື່ອອາສາສະມັກ ຈະຈັບເງືອກສອງຜົວ ເມຍຄູ່ນັ້ນ, ທັນໃດນັ້ນ ທ້າວກໍໄປທີ່ແມ່ນໍ້າທີ່ເງືອກອາໃສຢູ່ ພໍເມື່ອໄປຮອດກໍຟ້າວລົງໄປນໍ້າ ແລະ ຈັບເງືອກສອງຜົວເມຍ ແລະ ເອົາເຊືອກຜູກ ແລະ ດຶງຂຶ້ນມາ ໄປຜູກໃສ່ກົກໄມ້ຄໍ້ຮຽງກັນໄວ້ ເປັນເວລາ 2 ຄືນ 3 ວັນ ແລ້ວ ທ້າວ ກວານຕາເຫີນ ກໍກັບມາເພື່ອກາບທູນລາຍງານ ພະຍາເມືອງວ່າ: ຜູ້ຂ້າຈັບເງືອກນັ້ນໄດ້ແລ້ວ ເມື່ອພະຍາໄດ້ຍິນແນວນັ້ນແລ້ວກໍດີໃຈ ແລະ ສັ່ງໃຫ້ທະຫານຕີຄ້ອງຮ້ອງປ່າວໃຫ້ໄພ່ລາຊະດອນມາເຕົ້າໂຮມກັນເພື່ອຂ້າ ເງືອກສອງຜົວເມຍຄູ່ນັ້ນ, ພໍເມື່ອໄພ່ລາຊະດອນມາຮອດແລ້ວ ພະຍາກໍໄດ້ສັ່ງໃຫ້ ທ້າວ ກວານຕາເຫີນ ຜູ້ທີ່ມີຄວາມອາດສາມາດເກັ່ງກ້າ ເປັນຜູ້ຂ້າເງືອກ ແລ້ວເຮັດຄົວແບ່ງສັນປັນສ່ວນກັນກິນໃຫ້ທົ່ວກັນ. ຈາກນັ້ນ ພວກເຂົາກໍໄດ້ພາກັນໄປບ່ອນຜູກເງືອກໄວ້ ເມື່ອຮອດບ່ອນຜູກເງືອກ ປະກົດວ່າບໍ່ເຫັນເງືອກໂຕຜູ້ມັນດິ້ນແຮງ ແລະ ເຮັດໃຫ້ເຊືອກຂາດ ແລະ ໜີໄປຕາມສາຍເຊກອກ ລົງສູ່ເຊບັ້ງຫຽງຮອດແມ່ນໍ້າຂອງ ແລ້ວຮອດແມ່ນໍ້າເວີນສໍ ແລະ ເວີນສິ້ວ ຄືເກົ່າ, ສ່ວນຕົວເມຍ ທ້າວ ກວານຕາເຫີນ ກໍເອົາເງືອກແມ່ໄປຄົວຢູ່ເຊກອກ ແລະ ນໍາເອົາຊີ້ນໄປແກງຢູ່ສະຖານທີ່ນໍ້າປະເຄນ: ເມື່ອມາຮອດສະຖານທີ່ນັ້ນ ພັດບໍ່ມີຄຽງຄ້າງໜໍ້ ທ້າວ ກວານຕາເຫີນ ພັດຍົກເອົາກ້ອນຫີນຈຳນວນໜຶ່ງມາຕັ້ງເປັນເສົາເຮັດເປັນເສົາຄຽງເພື່ອຄ້າງໝໍ້ ແລ້ວເລົ່າຂານເອີ້ນວ່າ: “ຫີນສາມເສົ້າ” ຈົນເຖິງປະຈຸບັນ.
ທໍາມະຊາດແກ້ງລີ້ນ
ຕັ້ງຢູ່ ບ້ານແກ້ງລີ້ນ, ເມືອງນອງ, ໄລຍະຫ່າງຈາກຕົວເມືອງ 20 ກິໂລແມັດ. ໃນປີ ຄ.ສ 1954-1968 ໄດ້ມີຊົນເຜົ່າລາວເທິງ, ເຜົ່າເຕຼຍ ພາກັນເດີນທາງມາຈາກຈີນ ພ້ອມກັນມາຕັ້ງຖິ່ນຖານຢູ່ທີ່ໃນເຂດປ່າແຫ່ງໜຶ່ງ, ຢູ່ມາໄລຍະໜຶ່ງ ຊາວບ້ານໄດ້ຍິນສຽງດັງກ້ອງທີ່ແປກປະຫຼາດໃກ້ໆກັບໝູ່ບ້ານ; ດັ່ງນັ້ນພວກເຂົາຈຶ່ງໄດ້ພາກັນໄປເບິ່ງ ພໍເມື່ອໄປຮອດກໍໄດ້ພົບເຫັນກ້ອນຫີນກ້ອນໜຶ່ງໃຫຍ່ ແລະ ຍາວຢູ່ໃນແມ່ນໍ້າ ເຊິ່ງມີລັກສະນະຄ້າຍຄືລີ້ນ ຄວາມໜາປະມານ 30 ຊັງຕີແມັດ, ຍາວປະມານ 6 ແມັດ, ສົ່ງສຽງດັງໄປທົ່ວເຂດນັ້ນ ດ້ວຍແຮງນໍ້າພັດກ້ອນຫີນໃຫຍ່ ແລະ ນ້ອຍ, ດັ່ງນັ້ນ ຈຶ່ງເຮັດໃຫ້ປະຊາຊົນເອີ້ນແມ່ນໍ້າແຫ່ງນີ້ວ່າ: “ແກ້ງລີ້ນ” ຈົນຮອດປະຈຸບັນນີ້.
ແກ້ງຫຼວງ (ຮອຍຕີນໄດໂນເສົາ)
ຕັ້ງຢູ່ ບ້ານພະລານກາງ, ຢູ່ໃນເທດສະບານເມືອງພະລານໄຊ ເຊິ່ງມີສາຍນ້ຳເຊຊັງຊອຍ (ເຊຊ້າງລອຍ) ພໍເຖິງຍາມແລ້ງນ້ຳບົກແຫ້ງໄດ້ເຜີຍໃຫ້ເຫັນຄວາມສວຍງາມຂອງນ້ຳຕົກຕາດຕ່ຳຫຼາຍຊັ້ນ. ໃນແກ້ງຫີນທີ່ພະລານຫີນແຄມຝັ່ງນ້ຳເຊມີຮອຍຕີນໄດໂນເສົາອີກຫຼາຍຮອຍ. ແກ້ງນີ້ຢູ່ເໜືອຂົວເຊຊັງຊອຍໃນເສັ້ນທາງເລກ 9 ເມືອງພະລານໄຊ ເຊິ່ງຫ່າງຈາກເທດສະບານແຂວງສະຫວັນນະເຂດປະມານ 102 ກິໂລແມັດ.
ແກ້ງກະເບົາ
ແມ່ນແຫຼ່ງທ່ອງທ່ຽວອັນລືຊື່ໂດ່ງດັງຂອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ເຊິ່ງເປັນສະຖານທີ່ເປັນແກ້ງຫີນໃນແມ່ນ້ຳຂອງ, ມີຮູມີໂບກສະຫຼັບຊັບຊ້ອນກັນຢ່າງສວຍງາມ ໂດຍສະເພາະແມ່ນຊ່ວງເດືອນເມສາ ເພາະເດືອນນີ້ແມ່ນເປັນເທດສະການປີໃໝ່ລາວ ຫຼື ສົງການບ້ານເຮົາ ຈະມີນັກທ່ອງທຽ່ວທັງໃກ້ ແລະ ໃນເມືອງມາຫຼິ້ນນ້ຳທີ່ແກ້ງກະເບົາ ໂດຍແກ້ງກະເບົາຊ່ວງນີ້ນ້ຳຂອງຈະລົດລົງເຮັດໃຫ້ມີແກ້ງຫີນນ້ຳໄຫຼຜ່ານໂງ່ນຫີນໃສເຢັນດີ ໄວໜຸ່ມສາວມັກມາຫຼິ້ນກັນເປັນໝູ່ຄະນະ.
CR: https://www.facebook.com/dalysaya/
ไม่มีความคิดเห็น:
แสดงความคิดเห็น