วันอาทิตย์ที่ 3 ธันวาคม พ.ศ. 2560

ສຳເລັດການສຶກສາຄວາມເປັນໄປໄດ້ໂຄງການສ້າງທາງລົດໄຟ ນະຄອນຫຼວງວຽງຈັນ-ທ່າເຮືອຫວຸງອາງຫວຽດນາມ

    ມື້ວານນີ້ (30 ພະຈິກ 2017) ສຳນັກຂ່າວຊິຫົວລາຍງານວ່າ ການສຶກສາຄວາມເປັນໄປໄດ້ຂອງໂຄງການສ້າງທາງລົດໄຟເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນກັບທ່າເຮືອຫວຸງອາງໃນຫວຽດນາມ ໄດ້ສຳເລັດລົງແລ້ວ.ເຈົ້າໜ້າທີ່ ແລະ ຊ່ຽວຊານຈາກລາວ, ຫວຽດນາມ ແລະ ສ. ເກົາຫຼີ ໄດ້ພົບປະກັນທີ່ນະຄອນຫຼວງວຽງຈັນເມື່ອວັນພະຫັດທີ່ຜ່ານມາ (30 ພະຈິກ 2017) ເພື່ອສະຫຼຸບຜົນການສຶກສາເຊິ່ງໄດ້ເລີ່ມຂຶ້ນຕັ້ງແຕ່ປີ 2015.

    ການສຶກສາຄວາມເປັນໄປໄດ້ລະບຸວ່າ ຄວາມໄວລົດໄຟທີ່ເໝາະສົມທີ່ສຸດສຳລັບເສັ້ນທາງດັ່ງກ່າວແມ່ນ 150 ກິໂລແມັດຕໍ່ຊົ່ວໂມງ. ດ້ວຍທຶນຈຳນວນ 3 ລ້ານໂດລາຈາກ ສ. ເກົາຫຼີ ການສຶກສາຄວາມເປັນໄປໄດ້ປະເມີນໄດ້ເສັ້ນທາງລົດໄຟຄວາມຍາວ 555 ກິໂລແມັດ ເຊິ່ງຈະແລ່ນຜ່ານທ່າແຂກ ເມືອງເອກຂອງແຂວງຄຳມ່ວນ.
ໂຄງການສຶກສາດັ່ງກ່າວນີ້ໄດ້ຮັບທຶນສະໜັບສະໜູນຈາກອົງການຮ່ວມມືສາກົນເກົາຫຼີ (Korea International Cooperation Agency).
    ທາງລົດໄຟນະຄອນຫຼວງວຽງຈັນ-ທ່າແຂກ-ມູເກຍ-ຫວຸງອາງ ເປັນໜຶ່ງໃນ 6 ໂຄງການລະບົບທາງລົດໄຟທີ່ລາວກຳລັງພິຈາລະນາ ເພື່ອປະຕິຮູບປະເທດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (land-locked) ໃຫ້ກາຍເປັນປະເທດ land-linked.
ເຊິ່ງໂຄງການອື່ນໆປະກອບມີ: ທາງລົດໄຟລາວ-ຈີນ, ທາງລົດໄຟສະຫວັນນະເຂດ-ລາວບາວ ເຊື່ອມຕໍ່ທ່າເຮືອດົງຮາ, ທາງລົດໄຟທ່າແຂກ-ສະຫວັນນະເຂດ-ປາກເຊ-ວັງເຕົ່າ ແລະ ປາກເຊ-ເວີນຄາມ (ຊາຍແດນລາວ-ກຳປູເຈຍ).
ຂໍຂອບໃຈ
ຂໍ້ມູນ : Xinhua ພາບ : Pixabay \ ຟັງຂ່າວ 

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...