วันเสาร์ที่ 24 มีนาคม พ.ศ. 2561

Association of South East Asian Nations ອາຊ່ຽນ 10 ປະເທດ

ອາຊ່ຽນ 10 ປະເທດ

ອາຊ່ຽນ (ASEAN, Association of South East Asian Nations) ຫຼື ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ ຖືກຕັ້ງຂື້ນຕາມປະຕິຍາກຸງເທບ (Bangkok Declaration) ເມື່ອວັນທີ່ 8 ສິງຫາ 1967 ໂດຍມີປະເທດອາຊ່ຽນທີ່ເປັນສະມາຊິກເລີ່ມຕົ້ນຈຳນວນ 5 ປະເທດຄື: ໄທ, ສິງກະໂປ, ມາເລເຊຍ ແລະ ຟີລິບປິນຕໍ່ມາຈຶ່ງມີປະເທດຂໍເຂົ້າຮ່ວມເປັນສະມາຊິກເພີ່ມອີກ 5 ປະເທດຄື: ບຣູໄນ, ຫວຽດນາມ, ລາວ, ມຽນມາ ແລະ ກຳປູເຈຍຕາມລຳດັບ ເຮັດໃຫ້ປະເທດອາຊ່ຽນມີທັງໝົດ 10 ປະເທດໃນປັດຈຸບັນ.


ທຸງອາຊ່ຽນ - ທຸງທີ່ປະເທດອາຊ່ຽນທັງໝົດຊ່ວຍກັນອອກແບບ


ອາຊ່ຽນ 10 ປະເທດ
ກຸ່ມຊາດສະມາຊິກອາຊ່ຽນທັງ 10 ປະເທດລຽງຕາມຕົວອັກສອນ ມີດັ່ງນີ້:
1. ປະເທດບລູໄນ (Brunei)
ປະເທດບຣູໄນເຂົ້າຮ່ວມເປັນສະມາຊິກອາຊ່ຽນເປັນປະເທດທີ່ 6 ເມື່ອວັນທີ່ 8 ມັງກອນ 1984 ພາຍຫຼັງໄດ້ຮັບເອກະລາດຈາກປະເທດອັງກິດ.




ຂໍ້ມູນທົ່ວໄປຂອງປະເທດບຣູໄນ
ຊື່ພາສາອັງກິດ : Negara Brunei Darussalam
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ບັນດາເສລີເບກາວັນ (Bandar Ser Begawan)
ພາສາລາສະການ : ພາສາມາເລ (Malay)
ສະກຸນເງິນ : ບູຣໄນ (Brunei dollar, BND)
ເນື້ອທີ່ : 2,226 (5,765ຕາລາງກິໂລແມັດ)
ຈໍານວນປະຊາກອນ : 415,717 ຄົນ
ການປົກຄອງ : ລະບອບສົມບູນສິດທິລາຊາ
Time Zone : UTC+8
GDP : 21,907 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 50,440 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +673


2. ປະເທດກຳປູເຈ່ຍ (Cambodia)
ປະເທດກໍາປູເຈຍເຂົ້າຮວ່ມເປັນສາມາຊິກກຸ່ມອາຊ່ຽນເປັນລໍາດັບສຸດທ້າຍຄື: ລໍາດັບທີ່ 10 ທັ້ງໆທີ່ຢືນຄວາມຈໍານົງເຂົ້າມາພ້ອມກັບລາວ ແລະ ພະມາ (ລໍາດັບທີ່ 8 ແລະ 9)ແຕ່ເນື່ອງຈາກຄວາມບໍ່ສະງົບພາຍໃນປະເທດ ຈື່ງຕ້ອງມີການເລື່ອນການພິຈາລະນາອອກໄປ ຈົນເມື່ອເຫດການສະງົບແລ້ວ ກຸ່ມອາຊ່ຽນຈື່ງຮັບກໍາປູເຈຍເຂົ້າເປັນສາມາຊິກຢ່າງເປັນທາງການເມື່ອວັນທີ່30 ເມສາ 1999




ຂໍ້ມູນທົ່ວໄປຂອງປະເທດກໍາປູເຈຍ.
ຊື່ພາສາອັງກິດ : Kingdom of Cambodia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ພະນົມເປັນ (Phnom Penh)
ພາສາລາຊະການ : ພາສາຂະເໝມ
ສະກຸນເງິນ : ກໍາປູຊາ (Riela, KHR)
ເນື້ອທີ່ : 69,898 ຕາລາງ (181,035 ຕາລາງກິໂລແມັດ)
ຈໍານວນປະຊາກອນ : 15,205,539 ຄົນ
ການປົກຄອງ : ລະບອບປະຊາທິປະໄຕ
Time Zone : UTC+7
GDP : 17,250 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 1,108 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +855


3. ປະເທດອິນໂດເນເຊຍ (Indonesia)
ປະເທດອິນໂດເນເຊຍຖືວ່າເປັນປະເທດຜູ້ຮ່ວມກໍ່ຕັ້ງອາຊ່ຽນຮວ່ມກັບອີກ 4 ປະເທດຄື: ໄທ, ສິງປະໂປ, ມາເລເຊຍ ແລະ ຟິລິບປີນ ໂດຍເຂົ້າຮວ່ມເປັນສາມາຊິກຕັ້ງແຕ່ເລີ່ມຕົ້ນ ເມື່ອວັນທີ່ 8 ສິງຫາ 1967 ພາຍຫຼັງການລົງນາມໃນປະຕິຍາກຸງເທບ.




ຂໍ້ມູນຂອງປະເທດອິນໂດເນເຊຍ
ຊື່ພາສາອັງກິດ: Republic of Indonesia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ຈາກາຕ້າ (Jakarta)
ພາສາລາຊະການ : ພາສາອິນໂດເນເຊຍ (Indonesian)
ສະກຸນເງິນ : ຣູເປຍ (Rupiahທ, IDR)
ເນື້ອທີ່ : 735,358 ຕາລາງ (1,904,569 ຕາລາງກິໂລແມັດ)
ຈໍານວນປະຊາກອນ : 253,603,649 ຄົນ
ການປົກຄອງ : ປະຊາທິປະໄຕ
Time Zone : UTC+7 ເຖິງ +9
GDP : 2.388 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ປະຊາກອນ : 9,559 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +62

4. ປະເທດລາວ (Laos, PDR)
ປະເທດ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງງອາຊ່ຽນເປັນລຳດັບທີ່ 8 ເມື່ອວັນທີ່ 23 ກໍລະກົດ 1997 ໂດຍເຂົ້າເປັນປະເທດອາຊ່ຽນພ້ອມກັບມຽນມາ ລາວນັບໄດ້ວ່າເປັນປະເທດໃນກຸ່ມອາຊ່ຽນປະເທດ ດຽວທີ່ບໍ່ມີທາງອອກທະເລ ແຕ່ເປັນປະເທດທີ່ມີຊັບພະຍາກອນທຳມະຊາດຫຼາກຫຼາຍ ແລະ ໃຊ້ແມ່ນ້ໍາຂອງ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງ ແລະ ສຳຫຼັບການສ້າງເຂື່ອນເພື່ອຜະລິດກະແສໄຟຟ້າເພື່ອ ໃຊ້ໃນປະເທດ ແລະ ສົ່ງຂາຍໃຫ້ກັບປະເທດເພືອນບ້ານ.


ຂໍ້ມູນທົ່ວໄປຂອງປະເທດລາວ
ຊື່ພາສາອັງກິດ : Lao People’s Democratic Republic
ທີ່ຕັ້ງ : ພູມພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ວຽງຈັນ
ພາສາລາຊະການ : ພາສາລາວ (Lao)
ສະກຸນເງິນ : ກີບ (Kip, LAK)
ເນື້ອທີ່ : 91,429 ຕາລາງ (236,800 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 6,695,166 ຄົນ
ການປົກຄອງ : ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ບໍລິຫານສູງສຸດ
Time Zone : UTC+7
GDP : 20,780 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາຊົນ : 3,100 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +856

5. ປະເທດມາເລເຊຍ (Malaysia)
ປະເທດມາເລເຊຍເປັນສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມື່ອວັນທີ່ 8 ສິງຫາ 1967


ຂໍ້ມູນທົ່ວໄປຂອງປະເທດມາເລເຊຍ.
ຊື່ພາສາອັງກິດ : Malaysia
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ກົວລາລຳເປີ (Kuala Lumpur, KL)
ພາສາລາຊະການ : ພາສາມາເລ (Malaysian Malay)
ສະກຸນເງິນ : ລິງກຣິດ (Ringgit, MYR)
ເນື້ອທີ່ : 127,355 ຕາລາງ (329,847 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 30,000,000 ຄົນ
ການປົກຄອງ : ລະບອບປະຊາທິປະໄຕ
Time Zone : UTC+8
GDP : 555,912 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 18,509 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +60

6. ປະເທດມຽນມາ (Myanmar)
ປະເທດມຽນມາເຂົ້າຮ່ວມເປັນສະມາຊິກຂອງອາຊ່ຽນເປັນລຳດັບທີ່ 9 ເມື່ອວັນທີ່ 23 ກໍລະກົດ 1997 (ວັນດຽວກັບປະເທດລາວ).


ຂໍ້ມູນທົ່ວໄປຂອງປະເທດມຽນມາ
ຊື່ພາສາອັງກິດ : Republic of the Union of Myanmar
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ເນປີດໍ(Naypyidaw)
ພາສາລາຊະການ : ພາສາມຽນມາ (Burmese)
ສະກຸນເງິນ : ຈ໊າດ (Kyat, MMK)
ເນື້ອທີ່ : 261,227 ຕາລາງ (676,578 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 51,419,420 ຄົນ
ການປົກຄອງ : ລະບອບປະຊາທິປະໄຕແບບລັດສະພາ ມີປະຊານາທິບໍດີເປັນປະມຸກ
Time Zone : UTC+6:30
GDP : 111,120 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 1,711 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +95

7. ປະເທດຟິບລິບປິນ (Philippines)
ປະເທດຟີລິບປິນກໍເປັນອີກໜື່ງສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມື່ອວັນທີ່ 8 ສິງຫາ 1967




ຂໍ້ມູນທົ່ວໄປຂອງປະເທດຟີລິບປີນ.
ຊື່ພາສາອັງກິດ : Republic of the Philippines
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ມະນິລາ (Manila)
ພາສາລາຊະການ : ພາສາຕາກາລ໊ອກ ແລະ ພາສາອັງກິດ (Filipino/English)
ສະກຸນເງິນ : ເປໂຊ (Peso, PHP)
ເນື້ອທີ່ : 115,120 ຕາລາງ (298,170 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 92,337,852 ຄົນ
ການປົກຄອງ : ປະຊາທິປະໄຕແບບລັດສະພາ ມີປະຊານາທິບໍດີເປັນປະມຸກ
Time Zone : UTC+8
GDP : 456,418 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 4,682 ໂດຣາສະຫະລັດ
ລະຫັດໂທລະສັບ (IDC) : +63

8. ປະເທດສິງກະໂປ (Singapore)
ປະເທດສິງກະໂປ ເຂົ້າຮ່ວມເປັນສະມາຊິກອາຊ່ຽນໃນຖານະຜູ້ຮ່ວມກໍ່ຕັ້ງກຸ່ມອາຊ່ຽນ ເມືອວັນທີ່ 8 ສິງຫາ 1967.


ຂໍ້ມູນທົ່ວໄປຂອງປະເທດສິງກະໂປ.
ຊື່ພາສາອັງກິດ : Republic of Singapore
ທີ່ຕັ້ງ : ພູມມີພາກຕາເວັນອອກສ່ຽງໃຕ້ (ASEAN)
ເມທືອງຫຼວງ : ສິງກະໂປ
ພາສາລາຊະການ : ພາສາອັງກິດ ແລະ ພາສາຈີນກາງ (English/Mandarin
ສະກຸນເງິນ : ໂດຣາສິງກະໂປ (Singapore Dollar, SGD)
ເນື້ອທີ່ : 276 ຕາລາງ (716 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 5,399,200 ຄົນ
ການປົກຄອງ :ລະບອບປະຊາທິປະໄຕແບບລັດສະພາ
Time Zone : UTC+8
GDP : 348,700 ລ້າໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 64,584 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +65


9. ປະເທດໄທ (Thailand)
ປະເທດໄທ ນອກຈາກຈະເປັນສະມາຊິກອາຊ່ຽນ 5 ຊາດ ແລະ ເປັນຜູ້ຮ່ວມກໍ່ຕັ້ງອາຊ່ຽນແລ້ວ ຍັງເປັນເຈົ້າ ພາບໃນການລົງນາມເພື່ອສ້າງຂໍ້ຕົກລົງໃນການສ້າງກຸ່ມອາຊ່ຽນຂື້ນມາດ້ວຍ ໂດຍການລັງນາມນີ້ເອີ້ນວ່າ: ປະຕິຍາກຸງເທບ (Bangkok Declaration) ເຊິ່ງລົງນາມກັນເມື່ອວັນທີ່ 8 ສິງຫາ 1967 ທີ່ພະລາຊະວັງສະລາບູມ ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະມາຊິກກໍ່ຕັ້ງ 5 ປະເທດ ດັ່ງນັ້ນຈຶ່ງສາມາດໄດ້ວ່າກຸງເທບຄືບ້ານເກີດຂອງອາຊ່ຽນ. 


ຂໍ້ມູນທົ່ວໄທຂອງປະເທດໄທ
ຊື່ພາສາອັງກິດ : The Kingdom of Thailand
ທີ່ຕັ້ງ : ພູມມີພາກຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ກຸງເທບມະຫານະຄອນ (Bangkok)
ພາສາລາຊະການ : ພາສາໄທ (Thai)
ສະກຸນເງິນ : ບາດ (Thai Baht, THB)
ເນື້ອທີ່ : 198,115 ຕາລາງ (513,115 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 64,785,909 ຄົນ
ການປົກຄອງ : ລະບອບປະຊາທິປະໄຕແບບລັດສະພາ
Time Zone : UTC+7
GDP : 673,725 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 9,874 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +66

10. ປະເທດຫວຽດນາມ (Vietnam)
ປະເທດຫວຽດນາມເຂົ້າຮ່ວມເປັນສະມາຊິກອາຊ່ຽນເປັນລຳດັບທີ່ 7 ເມື່ອວັນທີ່ 28 ກໍລະກົດ 1995.


ຂໍ້ມູນທົ່ວໄປຂອງປະເທດຫວຽດນາມ
ຊື່ພາສາອັງກິດ : Socialist Republic of Vietnam
ທີ່ຕັ້ງ : ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
ເມືອງຫຼວງ : ຮ່າໂນ້ຍ (Ha Noi)
ພາສາລາຊະການ : ພາສາຫວຽດນາມ (Vietnamese)
ສະກຸນເງິນ : ດົ່ງ (Dong, VND)
ເນື້ອທີ່ : 128,565 ຕາລາງ (331,210 ຕາລາງກິໂລແມັດ)
ຈຳນວນປະຊາກອນ : 89,693,000 ຄົນ
ການປົກຄອງ : ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ປົກຄອງສູງສຸດ
Time Zone : UTC+7
GDP : 358,889 ລ້ານໂດຣາສະຫະລັດ
ລາຍໄດ້ຕໍ່ຫົວປະຊາກອນ : 4,001 ໂດຣາສະຫະລັດຕໍ່ປີ
ລະຫັດໂທລະສັບ (IDC) : +84


ຂອບໃຈຂໍ້ມູນຈາກເວັບໄຊທ໌
http://know-asean.blogspot.com

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...