วันอังคารที่ 2 ตุลาคม พ.ศ. 2561

ມີຜູ້ເສຍຊີວິດກ່ວາ 18.000 ຄົນ ຈາກການໂຈມຕີຂອງຣັດເຊຍ ໃນຊີເຣຍ

ມີຜູ້ເສຍຊີວິດກ່ວາ 18.000 ຄົນ ຈາກການໂຈມຕີຂອງຣັດເຊຍ ໃນຊີເຣຍ



ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນເບຣຸດ ປະເທດເລບານອນ ເມື່ອວັນທີ່ 30 ກັນຍາ 2018 ວ່າ ຖະແຫຼງການຂອງກຸ່ມສັງເກດການສິດທິມະນຸດຊະຊົນຊີເຣຍ(ເອສໂອເອຊອາຣ) ລະບຸວ່າຣັດເຊຍ ເລີ່ມເປີດສາກປະຕິບັດການຖິ້ມລະເບີດໂຈມຕີໃນຊີເຣຍ ເມື່ອວັນທີ່ 30 ກັນຍາ 2015 ກວ່າ 4 ປີຫຼັງຊີເຣຍເລີ່ມເກີດຄວາມຂັດແຍ່ງ ຈົນລຸກລາມກາຍເປັນສົງຄາມກາງເມືອງເຕັມຮູບແບບ

ທ່ານ ຣາມີ ອັບເດລ ຣາມານ ຜູ້ອໍານວຍການເອສໂອເອຊອາຣ ກ່າວວ່າ ຕັ້ງແຕ່ຣັດເຊຍເລີ່ມໂຈມຕີທາງອາກາດໃນຊີເຣຍ ເຮັດໃຫ້ມີຜູ້ເສຍຊີວິດທັງຫມົດ 18,096 ຄົນ ໃນຈໍານວນນີ້ລວມເຖິງພົນລະເຮືອນ 7,988 ຄົນ ຫຼື ເກືອບເຄິ່ງໜຶ່ງຂອງໝົດ ແລະ ນັກຮົບກຸ່ມໄອເອສ 5,233 ຄົນ ສ່ວນທີ່ເຫຼືອເປັນນັກຮົບຫຼາຍກຸ່ມ.


ກຸ່ມສິດທິມະນຸດຊະຍະຊົນ ແລະ ລັດຖະບານຕາເວັນຕົກຫຼາຍປະເທດ ກ່າວໂຈມຕີ ການໂຈມຕີທາງອາກາດຂອງຣັດເຊຍໃນຊີເຣຍ ໂດຍລະບຸວ່າຖິ້ມລະເບີດບໍ່ເລືອກເປົ້າ ລວມເຖິງເປົ້າໝາຍສາທາລະນຸປະໂພກພົນລະເຮືອນ ເຊັ່ນ ໂຮງໝໍ ກຸ່ມໝວກກັນນ໊ອກຂາວ (The White Helmets) ໜ່ວຍກູ້ໄພຊີເຣຍທີ່ເຮັດວຽກຢູ່ໃນພື້ນທີ່ຝ່າຍກົງກັນຂ້າມກັບລັດຖະບານ ກ່າວໃນລາຍງານທີ່ເຜີຍແພ່ເມື່ອວັນອາທິດວ່າ ຕະຫຼອດ 3 ປີທີ່ຜ່ານມາເຮືອບິນຮົບຣັດເຊຍໂຈມຕີໂຮງຮຽນ 19 ຄັ້ງ ຕະຫຼາດສາທະລະນະ 12 ຄັ້ງ ສະຖານທີ່ຮັກສາພະຍາບານ 20 ຄັ້ງ ແລະ ສູນກູ້ໄພຂອງໝວກກັນນ໊ອກຂາວ 21 ຄັ້ງ


ການໂຈມຕີທາງອາກາດຂອງເຮືອບິນຮົບຣັດເຊຍ ມີສ່ວນສໍາຄັນຍິ່ງໃນການຊ່ວຍເຫຼືອກອງທັບຊີເຣຍຂອງປະທານາທິບໍດີບາຊາຣ ອັລ-ອັສຊາດ ຍຶດພື້ນທີ່ສໍາຄັນກັບຄືນ ລວມເຖິງເມືອງອາເລປໂປ ເມືອງໃຫຍ່ອັນດັບ 2 ຂອງປະເທດໃນປີ 2016 ລວມທັງພື້ນທີ່ຮອບເມືອງຫຼວງນະຄອນກາມັສກັສ


ທ່ານ ອັລເດລ ຣາມານ ກ່າວວ່າ ລັດຖະບານຊີເຣຍຄວບຄຸມພື້ນທີ່ພຽງແຕ່ 26% ຂອງທັງປະເທດ ຕອນທີ່ຣັດເຊຍເຂົ້າແຊກແຊງ ແຕ່ຂະນະນີ້ຂະຫຍາຍເປັນເກືອບ 2 ໃນ 3 ແລ້ວ
ອາທິດທີ່ຜ່ານມາ ເອສໂອເອຊອາຣ ເຜີຍວ່າ ການໂຈມຕີທາງອາກາດໃນຊີເຣຍຂອງກອງກໍາລັງພັນທະມິດນໍາໂດຍສະຫະລັດ ຂ້າຊີວິດພົນລະເຮືອນຫຼາຍກວ່າ 3,300 ຄົນ ນັບຕັ້ງແຕ່ພັນທະມິດເລີ່ມກວາດລ້າງກຸ່ມໄອເອສ.

 Cr: http://raosukunfung.com/

มีคลิป

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...