วันจันทร์ที่ 1 ตุลาคม พ.ศ. 2561

ຈະສ້າງສະໝາມບິນໃໝ່ທີ່ສະຫວັນນະເຂດ Seno

ຈະສ້າງສະໝາມບິນໃໝ່ທີ່ສະຫວັນນະເຂດ ສປປ ລາວ
 ເມື່ອບໍ່ດົນມານີ້ ທ່ານ ທອງໃສ ໄຊຍະວົງຄຳດີ ຄະນະບໍລິຫານງານເຂດເສດຖະກິດພິເສດສະຫວັນນະເຂດ-ເຊໂນ 
ແລະຄະນະວິຊາການພະແນກໂຍທາທິການແລະຂົນສົ່ງສະຫວັນນະເຂດ ສປປ ລາວ 
ໄດ້ລາຍງານແຜນແມ່ບົດໂຄງການສ້າງສະໝາມບິນແຫ່ງໃໝ່ທີເຊໂນ, ເມືອງ ອຸທຸມພອນ ແຂວງ ສະຫວັັນນະເຂດ ຕໍ່ ທ່ານ ໂຕ ມິນິກໂກະ ເອກອັກຄະລັດຖະທູດ ສິງກະໂປ ປະຈຳລາວ ທີ່ໄດ້ນຳພາຜູ້ຊ່ຽວຊານກ່ຽວກັບການກໍ່ສ້າງສະໝາມບິນ ຈາກປະເທດສິງກະໂປ , ສປ ຈີນແລະມຽນມາ ເພື່ອເຄື່ອນໄຫວເຮັດວຽກເກັບກໍາຂໍ້ມູນກ່ຽວກັບໂຄງການກໍ່ສ້າງສະໜາມບິນດັ່ງກ່າວ . ທ່ານ ທອງໃສ ໄຊຍະຄຳວົງດີ ກ່າວວ່າ: ການກໍ່ສ້າງສະໝາມບິນພ້ອມອາຄານຜູ້ໂດຍສານແລະສີ່ງອໍານວຍຄວາມສະດວກຕ່າງໆ ກັບການພັດທະນາເຂດເຊໂນ , ຂົນສົ່ງສິນຄ້າ ຕາມເເລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະເຂດການຄ້າແດນສະຫວັນອອກຕ່າງປະເທດ , ຕາມແຜນການແມ່ນຈະໄດ້ເຊື່ອມຕໍ່ຕົວເມືອງເຂົ້າກັນລະຫວ່າງ ເມືອງໄກສອນພົມວິຫານ ແລະ ເມືອງອຸທຸມພອນ , ມີຄວາມເປັນໄປໄດ້ສູງທີ່ຈະຕັດເສັ້ນທາງໃໝ່ ແຕ່ຕົວເມືອງໄກສອນພົມວິຫານຫາສະໝາມບິນແຫ່ງໃໝ່ທີ່ເຊໂນ . ສ່ວນສະໝາມບິນຢູ່ເມືອງໄກສອນ ພົມວິຫານ ແມ່ນມີເນື້ອທີ່ຈໍາກັດ ແລະຕັ້ງຢູ່ກາງຊຸມຊົນ ສະນັ້ນ ຖ້າຫາກໂຄງການກໍ່ສ້າງສະໝາມບິນແຫ່ງໃໝ່ສໍາເລັດອາດຈະໄດ້ຍ້າຍມານໍາໃຊ້ ສະໝາມບິນແຫ່ງໃໝ່ ເພື່ອບໍລິການຜູ້ໂດຍສານທັງພາຍໃນແລະຕ່າງປະເທດ

A group of experts from Singapore, China and Myanmar, led by the Ambassador of the Republic of Singapore to the Lao PDR Dominic Goh, are working with Lao experts from relevant sectors of Laos to collect information concerning the construction of a new international airport at the Seno zone in Outhoumphone district of Savannakhet Province. A meeting to discuss the collection of information on the construction of the new airport was held on 3 November at the Provincial Administration Office between the group of Oversea and Lao experts, and provincial authorities. The discussion was organized in the presence of the Director of the Management Committee of Savan-Seno Special Economic Zone Thongsay Xayavongkhamdy, and representatives from the Provincial Division of Public Works and Transportation. During the meeting, the experts and representatives discussed the construction plan of the new airport and related areas. According to the government’s plan, the new airport is being built to help facilitate the transportation of goods which will be made in factories in the Savan-Seno


Cr:http://laos.cri.cn/

ไม่มีความคิดเห็น:

แสดงความคิดเห็น

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ

ວັນທີ​ 25​ ເມສາ​ 2021​ ພົບຜູ້ຕິດເຊື້ອໃໝ່: +76 ຄົນ  ນະຄອນຫຼວງ​ 64,​ ສະຫວັນນະເຂດ​ 2,  ສາລະວັນ5, ບໍ່ແກ້ວ 1,  ຫຼວງນໍ້າທາ 4  Cr : ໜັງສືພີມລາວພັດທ...